IS ຍອມຮັບຜິດຊອບເຫດບຸກໂຈມຕີເຮືອບິນເຮັດໃຫ້ພົນທະຫານຝລັ່ງ 13 ຄົນເສຍຊີວິດຢູ່ Mali

(VOVWORLD) -ອົງການກໍ່ການຮ້າຍອິດສະລາມ IS ອ້າງຊື່ເອງໄດ້ກ່າວຍອມຮັບຜິດຊອບຕໍ່ການກໍ່ໃຫ້ເກີດເຫດເຮືອບິນເອລີກອບເຕີທະຫານ 2 ລຳຕຳກັນຢູ່ທາງພາກເໜືອ Mali

IS ຍອມຮັບຜິດຊອບເຫດບຸກໂຈມຕີເຮືອບິນເຮັດໃຫ້ພົນທະຫານຝລັ່ງ 13 ຄົນເສຍຊີວິດຢູ່ Mali - ảnh 1 ເຫດເຮືອບິນເອລີກອບເຕີທະຫານ 2 ລຳຕຳກັນຢູ່ທາງພາກເໜືອ Mali,

ເຮັດໃຫ້ພົນທະຫານຝລັ່ງ 13 ຄົນເສຍຊີວິດ

(ພາບ: Reuters)

ວັນທີ 28 ພະຈິກ, ອົງການກໍ່ການຮ້າຍອິດສະລາມ IS ອ້າງຊື່ເອງໄດ້ກ່າວຍອມຮັບຜິດຊອບຕໍ່ການກໍ່ໃຫ້ເກີດເຫດເຮືອບິນເອລີກອບເຕີທະຫານ 2 ລຳຕຳກັນຢູ່ທາງພາກເໜືອ Mali, ເຮັດໃຫ້ພົນທະຫານຝລັ່ງ 13 ຄົນເສຍຊີວິດ ໃນຕອນຄ່ຳວັນທີ 25 ພະຈິກ (ຕາມເວລາທ້ອງຖິ່ນ). ນີ້ແມ່ນຄວາມເສຍຫາຍທີ່ໜັກໜ່ວງທີ່ສຸດສຳລັບກອງທັບຝລັ່ງ ໃນເກືອບ 4 ທົດສະວັດຜ່ານມາ.

        ຕາມນັ້ນແລ້ວ, ເມື່ອເຮືອບິນເອລີກອບເຕີຂອງກຳລັງ Barkhane ກຽມຈອດລົງ, ບັນດາພາກສ່ວນຂອງສາຂາອາຟະລິກາຕາເວັນຕົກຂອງ IS (ISWAP) ໄດ້ບຸກໂຈມຕີດ້ວຍອາວຸດໄລຍະກາງ, ເຮັດໃຫ້ເຮືອບິນລຳດັ່ງກ່າວບໍ່ສາມາດລົງຈອດໄດ້ ແລະ ໄດ້ຕຳໃສ່ເຮືອບິນເອລີກອບເຕີລຳອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ