IS ຍອມຮັບວ່າ ເປັນຜູ້ດຳເນີນເຫດວາງລະເບີດສະຫຍອງຂວັນຢູ່ ປາກິດສະຖານ

(VOVWORLD) - ອົງການໂຄສະນາ Amaq ຂອງກຸ່ມລັດອິດສະລາມ (IS) ໃຫ້ຮູ້ວ່າ: ກຸ່ມນີ້ ໄດ້ປະຕິບັດເຫດວາງລະເບີດສະຫຼະຊີບທີ່ເລັ່ງໃສ່ບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ແຂວງ Baluchistan, ທາງພາກຕາເວັນຕົກສ່ຽງໃຕ້ ປາກິດສະຖານ ເຮັດໃຫ້ປະຊາຊົນນັບຮ້ອຍຄົນເສຍຊີວິດ.
IS ຍອມຮັບວ່າ ເປັນຜູ້ດຳເນີນເຫດວາງລະເບີດສະຫຍອງຂວັນຢູ່ ປາກິດສະຖານ - ảnh 1IS ຍອມຮັບວ່າ ເປັນຜູ້ດຳເນີນເຫດວາງລະເບີດສະຫຍອງຂວັນຢູ່ ປາກິດສະຖານ (ພາບ: EFE-EPA/TTXVN)

ຈຳນວນຄົນເສຍຊີວິດທັງໝົດໃນເຫດວາງລະເບີດດັ່ງກ່າວໄດ້ຂຶ້ນເຖິງ 128 ຄົນ, ພ້ອມກັນນັ້ນ ມີ 150 ຄົນໄດ້ຮັບບາດເຈັບ. ນີ້ແມ່ນເຫດບຸກໂຈມຕີນອງເລືອດທີ່ສຸດນັບແຕ່ປີ 2014 ເປັນຕົ້ນມາ ແລະ ນີ້ແມ່ນເຫດບຸກໂຈມຕີຄັ້ງທີ 3 ໃນອາທິດນີ້ ແນໃສ່ບັນດາເຫດການຫາສຽງເລືອກຕັ້ງ, ໄດ້ກໍ່ຄວາມວິຕົກກັງວົນກ່ຽວກັບສະພາບຄວາມສະຫງົບປອດໄພຂອງການເລືອກຕັ້ງ ປາກິດສະຖານ ເຊິ່ງຈະດຳເນີນໃນວັນທີ 25 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ