IS ຍອມຮັບວ່າ ໄດ້ ວາງລະເບີດໃນບັ້ນຫາສຽງເລືອກຕັ້ງ ຢູ່ ອັບການິດສະຖານ

(VOVWORLD) -IS ໄດ້ຍອມຮັບວ່າເປັນຜູ້ກໍ່ເຫດບຸກໂຈມຕີໃສ່ບັ້ນຂົນຂວາຍຫາສຽງເລືອກຕັ້ງ ຢູ່ແຂວງ Nangarhar ຂອງ ອັບການິດສະຖານ 

ສໍານັກຂ່າວສານ Amaq ຂອງອົງການ ລັດອິດສະລາມ (IS) ຫາກໍໄດ້ເອົາລົງຖະແຫຼງ ການລົງໃນໜ້າເວັບໄຊ ໂດຍໃຫ້ຮູ້ວ່າ IS ໄດ້ຍອມຮັບວ່າເປັນຜູ້ກໍ່ເຫດບຸກໂຈມຕີໃສ່ບັ້ນຂົນຂວາຍຫາສຽງເລືອກຕັ້ງ ຢູ່ແຂວງ Nangarhar ຂອງ ອັບການິດສະຖານ ໃນວັນທີ 02 ຕຸລາ. ກຸ່ມກະບົດດັ່ງກ່າວໃຫ້ຮູ້ວ່າ ມີສະມາຊິກຄົນໜຶ່ງ ໄດ້ວາງລະເບີດສະຫຼະຊີບ ເຊິ່ງເຮັດໃຫ້ 35 ຄົນເສຍຊີວິດ ແລະ ຫຼາຍກວ່າ 50 ຄົນຖືກບາດເຈັບ. ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ ອັບການິດສະຖານ ໃຫ້ຮູ້ວ່າຢ່າງໜ້ອຍສຸດມີ 13 ຄົນເສຍຊີວິດ ແລະ ຫຼາຍກວ່າ 30 ຄົນຖືກ ບາດເຈັບ, ພ້ອມທັງກ່າວເຕືອນວ່າ ຈໍານວນຜູ້ເສຍຊີວິດ ແລະຮັບບາດເຈັບ ອາດຈະເພີ່ມຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ