IS ຍ້ອມຮັບວ່າໄດ້ບຸກໂຈມຕີແນໃສ່ຮອງປະທານາທິບໍດີອັບການິດສະຖານ

(VOVWORLD) -ສຳນັກຂ່າວສານ Amaq ຂອງອົງການກໍ່ການຮ້າຍ IS ໃຫ້ຮູ້ວ່າ, ກຸ່ມນີ້ໄດ້ຍອມຮັບການກໍເຫດວາງລະເບີດສະຫຼະຊີບແຕ່ບໍ່ປະສົບຜົນສຳເລັດໃນວັນທີ 22 ກໍລະກົດ ແນໃສ່ທ່ານຮອງປະທານາທິບໍດີອັບການິດສະຖານ Abdul Rashid Dostum ຢູ່ໃກ້ກັບສະໜາມບິນ Kabul.

IS ຍ້ອມຮັບວ່າໄດ້ບຸກໂຈມຕີແນໃສ່ຮອງປະທານາທິບໍດີອັບການິດສະຖານ - ảnh 1IS ຍ້ອມຮັບວ່າໄດ້ບຸກໂຈມຕີແນໃສ່ຮອງປະທານາທິບໍດີອັບການິດສະຖານ

(ພາບ: IRNA/TTXVN)

ທ່ານ Abdul Rashid Dostum ໄດ້ກາຍເປັນເປົ້າໝາຍຖືກບຸກໂຈມຕີໃນມື້ທີ່ທ່ານກັບເມືອປະເທດ ພາຍຫຼັງດຳລົງຊີວິດແບບພັດຖິ່ນຢູ່ ຕວກກີ.

        ຕາມ Amaq ແລ້ວ, ຜູ້ວາງລະເບີດໄດ້ທຳລະເບີດຕິດກັບຕົວເອງແຕກຢູ່ບໍລິເວນຈັດພິທີຕ້ອນຮັບທ່ານຮອງປະທານາທິບໍດີ Abdul Rashid Dostum, ນອກນັ້ນກໍ່ບໍ່ໃຫ້ຮູ້ລາຍລະອຽດຕື່ມອີກ. ທ່ານ Abdul Rashid Dostum ບໍ່ຖືກບາດເຈັບຍ້ອນເຄື່ອນຍ້າຍດ້ວຍລົດຫຸ້ມເກາະ. ເຫດບຸກໂຈມຕີດັ່ງກ່າວໄດ້ເຮັດໃຫ້ 14 ຄົນເສຍຊີວິດ, ລວມທັງສາມັນຊົນ ແລະ ທະຫານ, ພ້ອມທັງມີ 50 ຄົນຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ