IS ຍອມຮັບເຫດ ວາງລະເບີດຢູ່ທາງທິດຕາເວັນອອກອາການິດສຖານ

IS ຍອມຮັບເຫດ ວາງລະເບີດຢູ່ທາງທິດຕາເວັນອອກອາການິດສຖານ - ảnh 1
(ພາບປະກອບ: EPA)

​(vovworld) –  ວັນ​ທີ 18/04, ທ່ານ​ປະທານາທິບ​ໍດີ ອາບກາ​ນິດ​ສຖານ Ashraf Ghani ​ໃຫ້ຮູ້​ວ່າ ກຸ່ມ “ລັດ​ອິດ​ສະ​ລາມ” (IS) ​ອ້າງ​ຊື່​ເອ​ງ ​ໄດ້​ຍອມ​ຮັບ​ດຳ​ເນີນ​ເຫດວາງສະ​ເບີດ​ທີ່​ນອງ​ເລືອດ​ໃນ​ວັນ​ດຽວ​ກັນ​ຢູ່​ນະຄອນ Jalalabad, ​ເມືອງ​ເອງ​ແຂວງ Nangardar, ທາງ​ທິດຕາ​ເວັນ​ອອກ ອາບກາ​ນິດ​ສຖານ. ກ່າວ​ຄຳ​ເຫັນ​ທີ່​ການ​ຢ້ຽມຢາມ​ແຂວງ Badakhshan, ທ່ານ​ປະທານາທິບໍດີ Ghani ຢືນຢັນ​ວ່າ, ​ເຫດ​ວາງສະ​ເບີດ​ສະຫຼະ​ຊີບ​ບໍ່​ແມ່ນ​ພວກ​ຕາ​ລີ​ບານ ຫາກ​ແມ​່ນ IS ດຳ​ເນີນ. ທ່ານ Ghani ​​ໄດ້​ຕຳ​ນິຕິ​ຕຽນ​ບັນດາ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ແນ​ໃສ່​ສາມັນ​ຊົນ​ຢູ່​ບັນດາສະຖານ​ທີ່​ສາທາລະນະ​ຄື​ດັ່ງກ່າວ​ແມ່ນ “ການ​ກະທຳທີ່​ຕໍ່າ​ຕ້ອຍ”. ມີ​ຄົ​ນໜຶ່ງ​ໄດ້ຮັບ​ຖື​ວ່າ​ແມ່ນ​ໂຄ​ສົກ​ຂອງ IS ​ໄດ້​ໂທລະ​ຊັບ​ເຖິງ​ສຳນັກ​ຂ່າວສານ AFP (ຝລັ່ງ) ​ແລະ ຖະ​ແຫຼ​ງວ່າ, IS ​ໄດ້​ດຳ​ເນີນ​ການວາງ​ລະ​ເບີດ​ດັ່ງກ່າວ. ກ່ອນໜ້າ​ນັ້ນ, ​ໂຄສົກ​ຂອງ​ຕາ​ລີ​ບານ ​ໄດ້​ປະຕິ​ເສດ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ຍ້ອນ​ກຳລັງ​ນີ້​ປະຕິບ​ັດ.
ຂ່າວ/ບົດ​ອື່ນ