IS ຍອມຮັບແມ່ນຕົວການກໍ່ເຫດວາງລະເບີດຢູ່ສີລັງກາ

(VOVWORLD) -ວັນທີ 23 ເມສາ, ສຳນັກຂ່າວສານ Amaq ຂອງກຸ່ມກໍ່ການຮ້າຍ IS ໄດ້ລົງຂ່າວວ່າ, IS ຍອມຮັບໄດ້ກໍ່ເຫດວາງລະເບີດຫຼາຍຄັ້ງຢູ່ສີລັງກາ ເມື່ອວັນທີ 21 ເມສາ, ເຮັດໃຫ້ 300 ຄົນເສຍຊີວິດ.

IS ຍອມຮັບແມ່ນຕົວການກໍ່ເຫດວາງລະເບີດຢູ່ສີລັງກາ - ảnh 1 ເຫດວາງລະເບີດຫຼາຍຄັ້ງຢູ່ສີລັງກາ

(ພາບ:  AFP/TTXVN)

ເຖິງຢ່າງໃດກໍ່ຕາມ, Amaq ບໍ່ໄດ້ຍົກອອກບໍ່ວ່າພະຍານຫຼັກຖານໃດໆທີ່ພິສູດໃຫ້ເຫັນວ່າໄດ້ກໍ່ເຫດວາງລະເບີດດັ່ງກ່າວ.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີສີລັງກາ Ranil Wickemeshinghe ໃຫ້ຮູ້ວ່າ, ກຸ່ມປະກອບອາວຸດຂອງ IS ຢູ່ທ້ອງຖິ່ນທີ່ມີຊື່ວ່າ National Towheed Jamaat (NTJ) ດຳເນີນເຫດບຸກໂຈມຕີ ແລະ ກຸ່ມນີ້ມີການພົວພັນກັບເຄືອຂ່າຍກໍ່ການຮ້າຍທົ່ວໂລກ. ທ່ານ Ranil Wickemeshinghe ເນັ້ນໜັກວ່າ “ຕ້ອງຖືບັນດາບຸກຄົນຫົວຮຸນແຮງນີ້ແມ່ນສ່ວນໜຶ່ງຂອງເຄືອຂ່າຍກໍ່ການຮ້າຍທົ່ວໂລກ”.

        ກ່ຽວຂ້ອງເຖິງເຫດວາງລະເບີດດັ່ງກ່າວ, ໂຄສົກກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ ທ່ານ Christophe Boulierac ໃຫ້ຮູ້ວ່າ, ໃນຈຳນວນຜູ້ເສຍຊີວິດໃນບັນດາເຫດວາງລະເບີດໃນວັນທີ 21 ເມສາ ຢູ່ສີລັງກາ ນັ້ນ, ຢ່າງໜ້ອຍສຸດມີເດັກນ້ອຍ 45 ຄົນ ເສຍຊີວິດ ແລະ ຈຳນວນເດັກນ້ອຍເສຍຊີວິດໃນເຫດວາງລະເບີດດັ່ງກ່າວອາດຈະສືບຕໍ່ເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ