IS ຍອມຮັບໄດ້ກໍ່ໃຫ້ເກີດເຫດລະເບີດຢູ່ເຂດໃກ້ກັບຄະນະກຳມະການເລືອກຕັ້ງຢູ່ນະຄອນຫຼວງ Kabul, ປະເທດ ອາບການິດສະຖານ

(VOVWORLD) - ເຫດບຸກໂຈມຕີເກີດຂຶ້ນພາຍຫຼັງທີ່ ອາບການິດສະຖານ ດຳເນີນການເລືອກຕັ້ງສະພາແຫ່ງຊາດ.

ວັນທີ 29 ຕຸລາ, ອົງການກໍ່ການຮ້າຍ IS ຍອມຮັບວ່າໄດ້ກໍ່ໃຫ້ເກີດເຫດລະເບີດຢູ່ໃກ້ກັບສຳນັກງານຂອງຄະນະກຳມະການເລືອກຕັ້ງເອກະລາດ (IEC) ຢູ່ນະຄອນຫຼວງ Kabul ຂອງປະເທດ ອາບການິດສະຖານ. ຜູ້ວາງລະເບີດໄດ້ທຳການລະເບີດເມື່ອເຂົ້າໃກ້ລົດສາທາລະນະຢູ່ສະຖານທີ່ໃກ້ກັບຄະນະກຳມະການເລືອກຕັ້ງ, ເຮັດໃຫ້ຢ່າງໜ້ອຍສຸດມີ 6 ຄົນຖືກຮັບບາດເຈັບ.

        ເຫດບຸກໂຈມຕີເກີດຂຶ້ນພາຍຫຼັງທີ່ ອາບການິດສະຖານ ດຳເນີນການເລືອກຕັ້ງສະພາແຫ່ງຊາດ. ນັບແຕ່ເມື່ອບັນດາການປ່ອນບັດເລີ່ມຂຶ້ນແຕ່ວັນທີ 20 ຕຸລາ, ການໃຊ້ຄວາມຮຸນແຮງໄດ້ເຮັດໃຫ້ນັບຮ້ອຍໆຄົນຖືກເສຍຊີວິດ ແລະ ຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ