IS ຍ້ອມຮັບໄດ້ປະຕິບັດບັນດາເຫດບຸກໂຈມຕີທີ່ນອງເລືອດຄັ້ງໃໝ່ຢູ່ອີຣັກ

(VOVWORLD) -ອົງການ IS ຍ້ອມຮັບໄດ້ເປັນເຈົ້າດຳເນີນບັນດາເຫດບຸກໂຈມຕີສະຫຼະຊີບໃນວັນທີ 14 ກັນຍາ, ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດ 52 ຄົນເສຍຊີວິດ ແລະ 91 ຄົນຖືກບາດເຈັບຢູ່ນະຄອນ Nasriyah, ເມືອງເອກແຂວງ Dhiqar, ທາງພາກໃຕ້ອີຣັກ.

IS ຍ້ອມຮັບໄດ້ປະຕິບັດບັນດາເຫດບຸກໂຈມຕີທີ່ນອງເລືອດຄັ້ງໃໝ່ຢູ່ອີຣັກ - ảnh 1 IS ຍ້ອມຮັບໄດ້ປະຕິບັດບັນດາເຫດບຸກໂຈມຕີທີ່ນອງເລືອດຄັ້ງໃໝ່ຢູ່ອີຣັກ

(ພາບ: THX/TTXVN)

ໃນຖະແຫຼງການໂດຍສຳນັກຂ່າວສານ Amaq ທີ່ສະໜັບສະໜູນ IS ປະກາດ, ອົງການນີ້ໃຫ້ຮູ້ວ່າ, ມີຫຼາຍມືປືນສະຫຼະຊີບຂອງ IS ພວມວາງແຜນການ ແລະ ດຳເນີນການບຸກໂຈມຕີຢ່າງລ້ຽນຕິດແນໃສ່ພັດທະຄານ ແລະ ປ້ອງກວດກາໜຶ່ງ.

        ເຫດບຸກໂຈມຕີຖືກດຳເນີນໃນຕອນທ່ຽງວັນທີ 14 ກັນຍາ, ບັນດາມືປືນໄດ້ບຸກໂຈມຕີພັດທະຄານແຫ່ງໜຶ່ງຢູ່ເຂດ Fadak, ທາງທິດຕາເວັນອອກນະຄອນ Nasriyah, ຫ່າງຈາກນະຄອນຫຼວງ ແບກແດດ ໄປທາງທິດໃຕ້ 375 ກ.ມ.

ຕອບກັບ

ຂ່າວ/ບົດ​ອື່ນ