IS ນາບຂູ່ບຸກໂຈມຕີ ອີຣານ

(VOVWORLD) - ວັນທີ 09 ສິງຫາ, ອົງການລັດອິດສະລາມ (IS) ປະກາດເທບວີດີໂອ, ດ້ວຍເນື້ອໃນນາບຂູ່ ຈະດຳເນີນບັນດາເຫດບຸກໂຈມຕີໃໝ່ຢູ່ນະຄອນຫລວງ ເຕເຮຣານ ຂອງປະເທດ ອີຣານ. 
IS ນາບຂູ່ບຸກໂຈມຕີ ອີຣານ - ảnh 1ສະພາແຫ່ງຊາດ ອີຣານ (ພາບ:  EPA/TTXVN)

ໃນເທບວີດີໂອມີເຄື່ອງໝາຍຂອງສື່ສັງຄົມ Amaq ຂອງ IS, ຜູ້ຊາຍຄົນໜຶ່ງໄດ້ໃສ່ໜ້າກາກສີດຳ, ມືຈັບປືນ AK-47, ນັ່ງຂ້າງ 2 ຄົນອື່ນ. ເປົ້າໝາຍນີ້ ໄດ້ນາບຂູ່ວ່າ ຈະບຸກໂຈມຕີຢູ່ ອີຣານ ແລະ ຍົກອອກຮູບພາບ 2 ເຫດບຸກໂຈມຕີຢູ່ ເຕເຮຣານ ເມື່ອເດືອນ ມິຖຸນາ ຜ່ານມາ ເຊິ່ງ IS ຍອມຮັບເປັນຜູ້ດຳເນີນ. ໃນຕອນອື່ນຂອງເທບວີດີໂອ ບັນດາມືປືນໃສ່ໜ້າກາກສີດຳ ກໍ່ນາບຂູ່ບຸກໂຈມຕີສາສະນິກກະຊົນມຸດສະລິມນິກາຍ Shiite ຢູ່ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ