IS ນາບຂູ່ບຸກໂຈມຕີບັນດາເປົ້າໝາຍຢູ້ສະຫະພັນເຢຍລະມັນ

IS ນາບຂູ່ບຸກໂຈມຕີບັນດາເປົ້າໝາຍຢູ້ສະຫະພັນເຢຍລະມັນ - ảnh 1
IS ນາບຂູ່ບຸກໂຈມຕີບັນດາເປົ້າໝາຍຢູ້ສະຫະພັນເຢຍລະມັນ
(ພາບ​ປະ​ກອບ: AFP/TTXVN)


(vovworld) - ອົງ​ການ​ກໍ່​ການ​ຮ້າຍ ລັດ​ອິດ​ສະ​ລາມ (IS) ອ​້າງ​ຊື່​ເອງ ໄດ້​ລົງ​ບັນ​ດາ​ພາບ​ຖ່າຍ ແລະ ສັນ​ຍາ​ລັກ​ທາງ​ອິນ​ເຕີ​ແນັດ, ຮຽກ​ຮ້ອງ​ບັນ​ດາ​ຜູ້​ເຊື່ອ​ຖື​ສາ​ສະ​ໜາອິດ​ສະ​ລາມ ຢູ່​ສະ​ຫະ​ພັນ​ເຢຍ​ລະ​ມັນ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຄ້າຍ​ຄື​ກັນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຢູ່ບ​ຣຸກ​ແຊນ, ປະ​ເທດ​ແບນ​ຊິກ ທີ່​ຜ່ານ​ມາ ​ເພື່ອ​ເລັ່ງ​ໃສ່​ຫ້ອງ​ການ​​ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ Angerla Merkel ແລະ ສະ​ໜາມ​ບິນ Cologne – Bonn. ອົງ​ການ SITE ຕິດ​ຕ​າມກວດກ​າ​ບັນ​ດາ​ແວັບ​ໄຊ​ອິດ​ສະ​ລາມ​ໃຫ້​ຮູ້​ວ່າ ພາບ 5 ແຜນ​ທີ່​ຶ​ອັບໃນ​ແວັບ​ໄຊ​ສັງ​ຄົມ​ໃນ​ວັນ​ທ​ີ 30/03, ມີ​ໂລ​ໂກ​ຂອງ Furat Media, ເຊິ່ງເປັນ​ສາ​ຂາ​​ໜຶ່ງຂອງ IS. ສື່ມວນ​ຊົນ​ເຢຍ​ລະ​ມັນ ໄດ້​ເຜີຍ​ແຜ່​ວີ​ດີ​ໂ​ອ​​ຂອງ IS ຕອນ​ໜຶ່ງ ທີ່​ກ່ຽວ​ຂ້ອງ​ເຖິງ​ການບ​ຸກ​ໂຕມ​ຕີ​ຢູ່ບ​ຣຸກ​ແຊນ, ໃນ​ນັ້ນ​ມີ​ຕອນ​ໜຶ່ງ​ກ່ຽວ​ກັບ​ຮູບ​ພາບຢ​ູ່​ສະ​ໜາມ​ບິນ Frankfurt ເປັນ​ເວ​ລາ 3 ວິ​ນາ​ທີ, ​ເຊິ່ງ​ຄັດ​ຈາກ​ວີ​ດີ​ໂອຂ່າວ​ຂອງ​ຊ່ອງ​ໂທ​ລະ​ພາບ​ເຢຍ​ລະ​ມັນ.


ຂ່າວ/ບົດ​ອື່ນ