IS ບຸກໂຈມຕີບັນດາກຳລັງສະໜັບສະໜູນລັດຖະບານລີບີ

IS ບຸກໂຈມຕີບັນດາກຳລັງສະໜັບສະໜູນລັດຖະບານລີບີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ໂຄ​ສົກ​ບັນ​ດາ​ກຳ​ລັງ​ຂອງ​ລັດ​ຖະ​ບານ​ສະ​ມັກ​ຄີ​ລີ​ບີ, ທ່ານ Rida Issa ໃຫ້​ຮູ້​ວ່າ, ວັນ​ທີ 12/06, ກຸ່ມ “ລັດ​ອິດ​ສະ​ລາມ” IS ອ້າງ​ຊ​ື່​ເອງ ໄດ້​ປະ​ຕ​ິ​ບັດ​ການ​ວາງ​ສະ​ເບີດ​ສະ​ຫຼະ​ຊີບ​ດ້ວຍ​ລົດ​ໂອ​ໂຕ ແນ​ໃສ່​ບັນ​ດາ​ກຳ​ລັງ​ພັນ​ທະ​ມິດ​​ຂອງ​ລັດ​ຖະ​ບານ​ສະ​ມັກ​ຄີ​ຂອງ​ລີ​ບີ ຢູ່​ນະ​ຄອນ Sirte. ຕາມ​ທ່ານ Rida Issa ແລ້ວ, ມີ​ຫຼາຍ​ຄົນ​ຖືກ​ບາດ​ເຈັບ​ໃນ​ບັນ​ດາ​ເຫດ​ບຸກ​ໂຈ​ມ​ຕີ​ຂອງ IS ແຕ່ບໍ່​ປະ​ກາດ​ຂໍ້​ມູນ​ລະ​ອຽດ. ​ປະ​ຈຸ​ບັນ, ບັນ​ດາ​ກຳ​ລັງ​ຈົ່ງ​ຮັກ​ພັກ​ດີ​ກັບ​ລັດ​ຖະ​ບານ​ສາ​ມັກ​ຄີພວມ​ປະ​ຕິ​ບັດ​ບັ້ນ​ບຸກ​ໂຈມ​ຕີ IS ເພື່ອ​ແນ​ໃສ່​​ຢຶດ​ຄອງຄືນ​ນະ​ຄອນ Sirte ທີ່​ຫ່າງ​ຈາກ​ນະ​ຄອນ Tripoli ໄປ​ທາງທິດ​ຕາ​ເວັນ​ອອກ 450 ກ.ມ, ເຊິ່ງ​ຖືກ IS ຄວບ​ຄຸມ​ນັບ​ແຕ່​ປີ 2015 ເປັນ​ຕົ້ນ​ມາ.

ຂ່າວ/ບົດ​ອື່ນ