IS ປະກາດ​ວີດີ​ໂອກ່ຽວກັບ​ການ​ປະຫານ​ຊີວິດ​ຊາວ​ຄຼິດ 11 ຄົນ ຢູ່ ນີ​ເຊ​ເຣຍ

(VOVWORLD) -    ຫວ່າງມໍ່ໆມານີ້, ບັນດາມືປືນສະໜັບສະໜູນອົງການກໍ່ການຮ້າຍລັດອິດສະລາມ IS ປະກາດຕອນວິດີໂອກ່ຽວກັບການປະຫານຊີວິດຊາວຄຼິດ 11 ຄົນ ຢູ່ເຂດທາງທິດຕາເວັນອອກສ່ຽງເໜືອ ຂອງປະເທດ ນີເຊເຣຍ.

     ຕອນວີດີໂອດັ່ງກ່າວ ໂດຍ Amaq  ເຊິ່ງເປັນອົງການໂຄສະນາເຜີຍແຜ່ຂອງ IS ໄດ້ເອົາລົງໃນສື່ສັງຄົມອອນລາຍໃນຕອນຄໍ່າວັນທີ 26 ທັນວາ. ໃນຕອນວີດີໂອທີ່ມີຄວາມຍາວ 1 ນາທີນີ້, ມີຜູ້ຊາຍຄົນໜຶ່ງໄດ້ໃສ່ໜ້າກາກ ເນັ້ນໜັກວ່າ ນີ້ແມ່ນສານທີ່ສົ່ງເຖິງຊາວຄິຼດໝົດທຸກຄົນທີ່ຢູ່ໃນທົ່ວໂລກ, ພ້ອມທັງຊີ້ແຈ້ງວ່າ ນີ້ແມ່ນການກະທໍາເພື່ອແນໃສ່ແກ້ແຄ້ນໃຫ້ແກ່ການເສຍຊີວິດຂອງຫົວໂປ່ IS Abu Bakr al – Baghdadi ແລະ ຜູ້ຊ່ວຍວຽກ ທີ່ຖືກກໍາລັງປະຕິບັດໜ້າທີ່ພິເສດຂອງ ອາເມລິກາ ຕາມລ່າເມື່ອເດືອນ ຕຸລາ ທີ່ຜ່ານມາ. 

ຕອບກັບ

ຂ່າວ/ບົດ​ອື່ນ