IS ປະກາດເຂັ່ນຂ້າ ຕົວປະກັນຊາວCroatia

IS ປະກາດເຂັ່ນຂ້າ ຕົວປະກັນຊາວCroatia - ảnh 1
ອົງການ “ລັດ​ອິດສະ​ລາມ“ (IS) ອ້າງ​ຊື່​ເອງປະກາດ​,
ໄດ້​ເຂັ່ນຂ້າຕົວ​ປະກັນ​ຊາວ Croatia
(ພາບປະກອບ: Daily Mail)

(vovworld) - ວັນ​ທີ 12/8, ອົງການ “ລັດ​ອິດສະ​ລາມ“ (IS) ອ້າງ​ຊື່​ເອງປະກາດ​, ໄດ້​ເຂັ່ນຂ້າຕົວ​ປະກັນ​ຊາວ Croatia ທີ່​ຖືກຫຼອກ​ຈັບ​ຕົວ​ຢູ່ອີ​ຢີບ. ຜູ້​ປະສົບ​ເຄາະ​ຮ້າຍ​ແມ່ນ Tomislav Salopek ຖືກ​ຫຼອກ​ຈັບ​ຕົວ​ເມື່ອ​ທ້າຍ​ເດືອນ 7 ຢູ່​ທາງ​ທິດຕາ​ເວັນ​ຕົກ​ນະຄອນຫຼວງ​ຄາຍ​ໂຣ. ບັນດາ​ມື​ປືນ IS ​ໄດ້​ກຳນົດ​ເວລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 7/8, ຖ້າ​ຫາກ​ບັນດາ​ນັກ​ໂທດ​ຍິງ​ຊາວ​ອິດສະ​ລາມ​ຢູ່​ຄຸກ​ຕ່າງໆ​ຂອງ​ອີ​ຢີບ ບໍ່​ໄດ້​ປ່ອຍ​ຕົວ​, ອົງການ​ນີ້​ຈະ​ເຂັ່ນຂ້າ​ຕົວ​ປະກັນ​ຜູ້​ນີ້. ຮູບ​ພາບ​ຜູ້​ປະສົບ​ເຄາະ​ຮ້າຍ​ຖ້າ​​ເຂັ່ນຂ້າ​, ​ໄດ້​ເຜີຍ​ແຜ່​ທາງ​ເວັບ​ໄຊ Twitter ພ້ອມ​ກັບ​ແຖວ​ໜັງສືທີ່​ວ່າ “​ເຂັ່ນຂ້າ​ນັກ​ໂທດ Croatia  - ຜູ້​ທີ່​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕ້ານ IS - ພາຍຫຼັງ​ໝົດ​ກຳນົດ​ເວລາ​ສຸດ​ທ້າຍ“. ປະຈຸ​ບັນ, ຄວາມ​ຊັດ​ເຈນ​ຂອງ​ຂໍ້​ມູນ​ຂ່າວ​ດັ່ງກ່າວ​ ບໍ່​ທັນ​ໄດ້​ຮັບ​ການ​ກວດຢັ້ງຢືນ​ເທື່ອ.

ຂ່າວ/ບົດ​ອື່ນ