IS ປະຫານຊີວິດ 40 ຄົນຢູ່ Mosul, ອີຣັກ

IS ປະຫານຊີວິດ 40 ຄົນຢູ່ Mosul, ອີຣັກ - ảnh 1
IS ປະຫານຊີວິດ 40 ຄົນຢູ່ Mosul, ອີຣັກ
(ພາບ​ປະ​ກອບ: TTXVN/Tin Tức)

(vovworld) - ​​ ວັນ​ທີ 21/08, ພວກ​ກະ​ບົດ​ຂຶ້ນ​ກັບ​ກຳ​ລັງ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງໄດ້​ປະ​ຫານ​ຊີ​ວິດ 40 ຄົນ​ຢູ່ Mosul, ​ເຊິ່ງ​ແມ່ນ​ຖານ​ທີ່​ໝັ້ນ​ສຳ​ຄັນ​ສຸດ​ທ້າຍ​ຂອງ IS ຢ​ູ່​ອີ​ຣັກ. ຕາມ​​ຫົວ​ໜ້າ​​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສະ​ພາ​ແຂວງ Nineveh, ທ່ານ​ Mohammed Al Baiyati ແລ້ວ, ບັນ​ດາ​ຜູ້​ຖືກປະ​ຫານ​ຊີວ​ິດ​ດ້ວຍ​ກ່າວ​ຫາ​ວ່າ ​ມີ​ກົນ​ອຸ​ບາຍ​ຕ້ານ​ຄືນ​ກົດ​ໝາຍ​ຂອງ IS ຢູ່ Mosul, ຊ່ວຍ​ປະ​ຊາ​ຊົນ​ໜີ​ອອກ​ຈາກ​ນະ​ຄອນນີ້, ຫຼື ເຄີຍ​ເປັນ​ສະ​ມາ​ຊິກ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອີ​ຣັກ. ການ​ປະ​ຫານ​ຊ​ີ​ວິດ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໃນ​ຂະ​ນະ​ທີ່ກອງ​ທັບ​ອີ​ຣັກ ແລະ ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຊາວ​ Kurd ພ​ວມ​ຕໍ່​ສູ້​ເພື່ອ​ຍາດ​ຄືນ​ສິດ​ຄວ​ບ​ຄຸມ​ບັນ​ດາ​ສະ​ຖານ​ທີ່ອ້ອມ​ແອ້ມ Mosul, ໃນ​ບັ້ນ​ບຸດ​ໂຈມ​ຕີ​ຄັ້ງ​ໃຫຍ່ເພື່ອ​ແນ​ໃສ່​ປົດ​ປ່ອຍ​ນະ​ຄອນນີ້.

ຂ່າວ/ບົດ​ອື່ນ