IS ເຂັ່ນຂ້າຕື່ມອີກ ນັບສີບໆຄົນຢູ່ອີຮັກ

IS ເຂັ່ນຂ້າຕື່ມອີກ ນັບສີບໆຄົນຢູ່ອີຮັກ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 09/03, ບັນດາ​​ເຈົ້າ​ໜ້າ​ທີ່​ອີຣັກ ​ໃຫ້​ຮູ້​ວ່າ, ກຸ່ມ “ລັດ​ອິດ​ສະ​ລາມ” (IS) ​ອ້າງ​ຊື່​ເອ​ງ ​ໄດ້​ເຂັ່ນຂ້າ 20 ຄົນ​ທີ່​ຢາກ​ຕໍ່ສູ້​ຕ້ານ IS ຢູ່​ແຂວງ Kirkuk. ການ​ເຂັ່ນຂ້າ​ດຳ​ເນີນ​ໄປ​ຢູ່​ເທດສະບານ​ເມືອງ Hawijah, ບັນດາ​ຜູ້​ຖືກ​ເຄາະ​ຮ້າຍ​ແມ່ນ​ບຸກຄົນ​ພວມ​ຊອກ​ຫາ​ວິທີ​ເພື່ອເຂົ້າ​ຮ່ວມ​ກຳລັງ​ເຄິງ​ທະຫານ​ຕ້ານ IS, ຊື່​ເອີ້ນ​ຂອງກົມ​ກອງ​ແມ່ນ “ລະດົ​ມກຳລັງ​ປະຊາ​ຊົນ”. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ກອງທັບ ລີ​ບີ ຢັ້ງ​ຢັນ​ວ່າ ກຳລັງ IS ຢູ່​ປະ​ເທດ​ນີ້ ​ໄດ້​ເຂັ່ນຂ້າ​ຜູ​້​ປ້ອງ​ກັນ 8 ຄົນ​ໃນ​​ເຫດ​ບຸກ​ເຂົ້າ​​ບໍ່​ນ້ຳມັນ Al Ghani, ທາງ​ພາກ​ໃຕ້​ປະ​ເທດ​ນີ້​ໃນ​ອາທິດ​ກ່ອນ. ​ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ວັນ​ທີ 09/03, ທ່ານ​ເລຂາທິການ​​ໃຫຍ່​ສະຫະພັນ​ອາຣັບ (AL) Nabil Arabi ຮຽກຮ້ອງ​ສ້າງ​ຕັ້ງ​ກຳລັງ ອາຣັບ ​ເອກະ​ພາບ ​ເພື່ອ​ຮັບ​ມື​ກັບ​ກຸ່ມ​ຫົວ​ຮຸ້ນ​ແຮງອິດສະລາມ.

ຂ່າວ/ບົດ​ອື່ນ