IS ເພີ່ມທະວີການບຸກໂຈມຕີແນໃສ່ບັນດາທ້ອງຖິ່ນຢູ່ ຊີຣີ

(VOVWORLD) - ອົງການ “ລັດອິດສະລາມ” (IS) ໄດ້ຖະແຫຼງປະຕິບັດເຫດວາງລະເບີດໃກ້ກັບສະຖານທີ່ການທະຫານຢູ່ນະຄອນ Raqqa ຂອງ ຊີຣີ. ວົງການເຈົ້າໜ້າທີ່ທ້ອງຖິ່ນ ແລະ ອົງການຕິດຕາມກວດກາສິດທິມະນຸດ (SOHR) ໃຫ້ຮູ້ວ່າ: 
IS ເພີ່ມທະວີການບຸກໂຈມຕີແນໃສ່ບັນດາທ້ອງຖິ່ນຢູ່ ຊີຣີ - ảnh 1 (ພາບປະກອບ/ AFP/ TTXVN )

ມີລົດຄັນໜຶ່ງທີ່ບັນຈຸເຕັມໄປດ້ວຍທາດລະເບີດ ໄດ້ລະເບີດຂຶ້ນໃນວັນທີ 04 ພະຈິກ. ເຫດວາງລະເບີດເກີດຂຶ້ນພາຍຫລັງເກີດເຫດເຂັ່ນຂ້າການນຳອຳນາດການປົກຄອງທ້ອງຖິ່ນເປັນເວລາ 1 ວັນຢູ່ Raqqa, ເມືອງເອກເກົ່າຢູ່ ຊີຣີ ຂອງ “ລັດອິດສະລາມ” IS, ແມ່ນສະຖານທີ່ ເຊິ່ງບັນດາມືປືນຊາວ Kurd ໂດຍ ອາເມລິກາ ໜູນຫລັງ ໄດ້ຍາດຄືນໃນປີ 2017 . ບັນດາກຳລັງປ້ອງກັນຄວາມສະຫງົບ Raqqa ໃຫ້ຮູ້ວ່າ: ສາມັນຊົນ 1 ຄົນໄດ້ເສຍຊີວິດ ແລະ ສາມັນຊົນ ແລະ ມືປືນຈຳນວນໜຶ່ງຖືກຮັບບາດເຈັບ. ໃນຂະນະນັ້ນ, ຕາມ SOHR ແລ້ວ, ເຫດວາງລະເບີດໄດ້ກໍ່ຄວາມບາດເຈັບ ແລະ ເສຍຊີວິດຢ່າງໃຫຍ່ຫລວງ.

        ໃນຖະແຫຼງການທີ່ໄດ້ຍົກອອກມານັ້ນ, IS ຢືນຢັນວ່າ ເຫດບຸກໂຈມຕີທີ່ແນໃສ່ກຳລັງທະຫານລາດຊາວ Kurd (YPG), ເຊິ່ງແມ່ນກຳລັງເຂັ້ມແຂງທີ່ສຸດຂຶ້ນກັບບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍ ອາເມລິກາ ໜູນຫລັງໄດ້ຕີ IS ຖອຍອອກຈາກ Raqqa ໃນປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ