Israel ຖະແຫຼງ“ຫລຸດຜ່ອນ”ການພົວພັນກັບບັນດາປະເທດທີ່ປ່ອນບັດສະໜັບສະໜູນມະຕິຂອງສປຊ

Israel ຖະແຫຼງ“ຫລຸດຜ່ອນ”ການພົວພັນກັບບັນດາປະເທດທີ່ປ່ອນບັດສະໜັບສະໜູນມະຕິຂອງສປຊ - ảnh 1

ທ່ານ Emmanuel Nahshon ​
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອິດສະ​ລາ​ແອັນ
(ພາບ: AFP/ TTXVN)

(vovworld) – ​ ​ ວັນ​ທີ 27/12 ກະຊວງ​ການ​ຕ່າງປະ​ເທດ ອິດສະ​ລາ​ແອັນ ​ຖະ​ແຫຼ​ງວ່າ ປະ​ເທດ​ນີ້ ພວມ​ຫລຸດຜ່ອນ​ການພົວພັນ​​ກັບ​ບັນດາ​ປະ​ເທດ​ທີ່​ໄດ້​ປ່ອນ​ບັດ​ເຫັນ​ດີ​​ເຫັນ​ພ້ອມ​ຕໍ່ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງສະຫະປະຊາ​ຊາດ ​ໃນ​ອາທິດ​ກ່ອນ, ​ໃນນັ້ນ ຮຽກ​ຮ້ອງ ອິດສະ​ລາ​ແອັນ ຢຸດຕິ​ການ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່ຢູ່​ເຂດດິນ​ແດນ​ທີ່ຢຶດຄອງ​ຂອງ ປາ​ແລັດ​ສະຕິ​ນ. ທ່ານ Emmanuel Nahshon ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອິດສະ​ລາ​ແອັນ ​ໄດ້​ປະຕິ​ເສດ​ຂ່າວ​ທີ່​ເວົ້າ​ວ່າ ບັນດາ​ການ​ພົວພັນ​ທາງ​ການ​ທູດ​ຖືກຢຸດ​ໄວ້, ​ເຖິງ​ຢ່າງ​ໃດ​ກໍ່ຕາມ ທ່ານ Emmanuel Nahshon ​ໃຫ້​ຮູ້​ວ່າ: ອິດສະ​ລາ​ແອັນ “ຫລຸດຜ່ອນ​ຊົ່ວຄາວ” ບັນດາ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ​ຕ່າງໆ. ​ໃນ​ຂະນະ​ນັ້ນ ທ່ານ Tzipi Hotovely ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິດສະ​ລາ​ແອັນ ພັດສະ​ແດງຄວາມ​ວິຕົກ​ວັງ​ວົນ​ວ່າ ປະ​ເທດ​ນີ້ ຈະພາດ​ໂອກາດ​ອະພິປາຍ​ຫຼັກ​ໝັ້ນ​ຂອງ​ຕົນ ​ເມື່ອ​ໂຈະ​ບັນດາ​ການ​ຢ້ຽມຢາມ​ທາງ​ການ​ທູດ ​ແຕ່​​ເນັ້ນ​ໜັກ​ວ່າ ຕ້ອງເຮັດ​ໃຫ້​ຈະ​ແຈ້ງວ່າ ​ບັນດາ​ປະ​ເທດ “ ບໍ່ອາດ​ຖື​ເບົາຫຼັກ​ໝັ້ນ​ຂອງ ອິດສະ​ລາ​ແອັນ”

 


ຂ່າວ/ບົດ​ອື່ນ