ISກ່າວເຕືອນສາມປະເທດອາຊີຕາເວັນອອກສ່ຽງໃຕ້ຈະແມ່ນເປົ້າໝາຍບຸກໂຈມຕີຕໍ່ໄປ

ISກ່າວເຕືອນສາມປະເທດອາຊີຕາເວັນອອກສ່ຽງໃຕ້ຈະແມ່ນເປົ້າໝາຍບຸກໂຈມຕີຕໍ່ໄປ - ảnh 1
ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່ ​ອິນ​ໂດ​ເນ​ເຊຍ ເມື່ອ​ເດືອນ 1/2016

(vovworld)- ສາມ​ປະ​ເທດ​ຢູ່​ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້ ລວມ​ມີ: ມ​າ​ເລ​ເຊຍ, ຟິ​ລີບ​ປີນ ແລະ ອິນ​ໂດ​ເນ​ເຊຍ ​ຈະສືບ​ຕໍ່​ແມ່ນ​ບັນ​ດາ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຂອງ​ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ. ຫນັງ​ສື​ພິມ New Straits Times ຂອງ​ມາ​ເລ​ເຊຍ ໄດ້​ຄັດ​ສະ​ເຫນີ​ວາ​ລະ​ສານ​ໂຄ​ສະ​ນາ​ດ້ວຍ​ພາ​ສາ​ອັງ​ກິດ “Dabig” ຂອງ IS ສະ​ບັບ​ໃຫມ່​ສຸດ, ໃນ​ນັ້ນ IS ລົງ​ພິມ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ລວມ​ມີ: ອາບ​ກາ​ນິ​ສະ​ຖານ, ອີ​ຣັກ, ອານ​ເຊ​ຣີ, ຟິ​ລີບ​ປີນ, ໂຊ​ມາ​ລີ, ເຢ​ແມນ, ຕູ​ນີ​ຊີ, ລີ​ບ​ີ, ປາ​ກິ​ສະ​ຖານ, ບັງ​ກະ​ລາ​ເທດ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ອິ​ຢີບ… ຈະ​ແມ່ນ​ບັນ​ດາ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຕໍ່​ໄປ​ຂອງ​ IS.

ຕອບກັບ

ຂ່າວ/ບົດ​ອື່ນ