ISຍອມຮັບໜູນຫລັງການບຸກໂຈມຕີແນໃສ່ຜູ້ໂດຍສານໃນລົດໄຟຢູ່ເຢຍລະມັນ

ISຍອມຮັບໜູນຫລັງການບຸກໂຈມຕີແນໃສ່ຜູ້ໂດຍສານໃນລົດໄຟຢູ່ເຢຍລະມັນ - ảnh 1
ສະຖານທີ່ເກີດເຫດບຸກໂຈມຕີ
(ພາບ: AP)

(vovworld) - ສຳນັກ​ຂ່າວສານ “Amaq” ທີ່ມີ​ການ​ພົວພັນກັບ​ອົງການ “ລັດ​ອິດສະລາມ” (IS) ອ້າງ​ຊື່​ເອງ ລົງວັນ​ທີ 19/07 ​ໃຫ້​ຂ່າວ​ວ່າ: ຊາຍ​ໜຸ່ມ​ລີ້​ໄພອາຍຸ 17 ປີ​ມາ​ຈາກ ອາບ​ກາ​ນີດ​ສະຖານ ຊຶ່ງ​ແມ່ນ​ບຸກຄົນ​ບຸກ​ໂຈມ​ຕີ​​​ບັນດາ​ຜູ້​ໂດຍສານ​ໃນ​ລົດ​ໄຟ​ຢູ່​ລັດ Bavaria ທາງ​ພາກ​ໃຕ້​ປະ​ເທດ ​ເຢຍລະ​ມັນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ມື​ປືນຂອງ​ກຸ່ມ​ນີ້. ສຳນັກ​ຂ່າວ​ສານ​ສະໜັບ​ສະ​ໜູນ IS ນີ້ ​ໄດ້ຄັດ​ສະ​ເໜີ “​ແຫຼ່ງຂ່າວປ້ອງ​ກັນ​ຄວາມ​ສະຫງົບ” ຢືນຢັນ​ວ່າ: ​ຕົວ​ການທີ່​ກໍ່​ເຫດການ​ບຸກ​ໂຈມ​ຕີ​ໃນ​ລົດ​ໄຟ​ທີ່​ແລ່ນຈາກ Treuchlingen ​ເຖິງ Wuerzburg ລັດ Bavaria ​ແມ່ນ​ບຸກຄົນ​ຂອງ IS. ບຸກຄົນ​ນີ້​ໄດ້​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ ​ເພື່ອ​ຕອບ​ໂຕ້​ຄຳ​ຮຽກຮ້ອງ​ຂອງ IS ​ເລັ່ງ​ໃສ່​ບາງ​ປະ​ເທດ, ຊຶ່ງ​ຊີ້​ບອກ​ເຖິງບັນດາ​ປະ​ເທດ​ເຂົ້າ​ຮ່ວມສຳພັນ​ທະ​ມິດ​ຕ້ານ IS ​ໂດຍ ອາ​ເມ​ລິ​ກາ ນຳໜ້າ​ຢູ່ ຊີຣີ ​ແລະ ອີຣັກ. ນີ້ໄດ້​ຮັບ​ຖື​ວ່າ ​ເປັນ​ຄັ້ງ​ທຳ​ອິດທີ່ IS ຍອມຮັບ​ເປັນ​ຜູ້​ໜູນ​ຫລັງ​ການ​ບຸກ​ໂຈມ​ຕີ​ຢູ່ ​ເຢຍລະ​ມັນ.

ຂ່າວ/ບົດ​ອື່ນ