ISນຳໃຊ້ອາວຸດເຄມີຢູ່ອີຣັກ

ISນຳໃຊ້ອາວຸດເຄມີຢູ່ອີຣັກ - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 14/08 ທ່ານ Hossain Hajem ຮອງ​ເຈົ້າ​ຄອງ​ນະຄອນ Mosul, ​ເມືອງ​ເອກ​ແຂວງ Nineveh ທາງ​ພາກ​ເໜືອ ອີຣັກ ​ໃຫ້​ຮູ້​ວ່າ: ບັນດາພາກສ່ວນກໍ່​ການ​ຮ້າຍ​ຂຶ້ນ​ກັບ​ອົງການ​ລັດ​ອິກສະ​ລາມ (IS) ອ້າງ​ຊື່​ເອງ ​ໄດ້​ນຳ​ໃຊ້​ບັນດາ​ອາວຸດ​ເຄມີ​ທີ່​ຖືກ​ຫ້າມ ​​ໃນ​ບັນດາ​ການ​ບຸກ​ໂຈມຕີ​​ໃສ່ສາມັນ​ຊົນ ຢູ່ບ້ານ​ໜຶ່ງທາງ​ພາກ​​ເໜືອ​ປະ​ເທດ​ນີ້. ຕາມ​ທ່ານ Hajem ​ແລ້ວ, ຢ່າງ​ໜ້ອຍ​ສຸດ​ກໍ່ມີ​ສາມັນ​ຊົນ 17 ຄົນ, ​ໃນ​ນັ້ນ​ມີ​ແມ່ຍິງ ​ແລະ ​ເດັກນ້ອຍ ມີບັນຫາ​ກ່ຽວກັບລະບົບຫາຍ​​ໃຈ ພາຍຫລັງ IS ຍິງ​ປືນ​ໃຫຍ່​ໃສ່​ບ້ານ Osija ຢູ່ຊານ​ນະຄ​ອນ Mosul ທາ​ງພາກ​ໃຕ້. ຕາມ​ການ​ສືບສວນ​​ໃນ​ເບື້ອງ​ຕົ້ນ ລູກ​ປືນ​ໃຫຍ່ບັນຈຸອາຍ Clo, ​​ເຊິ່ງແມ່ນ​ທາດທີ່​ຖືກ​ຫ້າມຕາມສົນທິສັນຍາ​ກ່ຽວ​ກັບ​ອາວຸດ​ເຄມີ (CWC) ປີ 1997.

ຂ່າວ/ບົດ​ອື່ນ