ISປະຫານຊີວິດປະຊາຊົນຊີຣີນັບຮ້ອຍຄົນ

ISປະຫານຊີວິດປະຊາຊົນຊີຣີນັບຮ້ອຍຄົນ - ảnh 1
ຜູ້​ຖືກ​ເຄາະ​ຮ້າຍ​ສ່ວນ​ຫຼາຍ​ແມ່​ຜູ້​ເຖົ້າ​ຜູ້​ແກ່, ແມ່​ຍິງ ແລະ ເດັກ​ນ້ອຍ
(ພາບ: AFP/TTXVN)

(vovworld) –​ ວັນ​ທີ 17/01, ພວກ​ທະ​ຫານ​ກະ​ບົດ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ໄດ້​ປະ​ຫານ​ຊີວ​ິດ​ປະ​ຊາ​ຊົນ​ຊີີ​ຣ​ີ ປະ​ມານ 300 ຄົນ ໃນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ນະ​ຄອນ Deir al Zor ແລະ ເຂດ​ໃກ້​ຄຽງ Begayliya. ຜູ້​ຖືກ​ເຄາະ​ຮ້າຍ​ສ່ວນ​ຫຼາຍ​ແມ່​ຜູ້​ເຖົ້າ​ຜູ້​ແກ່, ແມ່​ຍິງ ແລະ ເດັກ​ນ້ອຍ. ພາຍ​ຫຼັງ​​ເຫດ​ການ​ດັ່ງ​ກ່າວ, ລັດ​ຖະ​ບານ​ຊີ​ຣີ ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ການ​ກະ​ທຳ​ຂອງ IS. ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ​ຣີ Wael Al Halqi ເນັ້ນ​ໜັກ​ວ່າ, ຄວາມຮັບ​ຜິດ​ຊອບ​​ຕໍ່​ເຫດ​ການ​ດັ່ງ​ກ່າວຂຶ້ນ​ກັບ​ບັນ​ດາ​ປະ​ເທດ​ມີ​ການ​ກະ​ທຳ​ຊ່ວຍ​ເຫຼືອ​ພວກກໍ່​ການ​ຮ້າຍ, ພ້ອມ​ທັງ​ຢືນ​ຢັນ​ວ່າ​ຈະ​ດັບ​ສູນ IS ໃນ​ເຂ​ດ​ດິນ​ແດນ​ຊີ​ຣີ ໂດຍ​ໄວ.

ຂ່າວ/ບົດ​ອື່ນ