ISພວມຄ່ອຍໆສູນເສຍເຂດທີ່ຕົນຄວບຄຸ້ມຢູ່ອີຣັກແລະຊີຣີ

ISພວມຄ່ອຍໆສູນເສຍເຂດທີ່ຕົນຄວບຄຸ້ມຢູ່ອີຣັກແລະຊີຣີ - ảnh 1
ISພວມ​ຄ່ອຍໆ​ສູນເສຍ​ເຂດ​ທີ່​ຕົນ​ຄວ​ບ​ຄຸ້ມ​ຢູ່​ອີ​ຣັກ​ແລະ​ຊີ​ຣີ
(ພາບ​ປະ​ກອບ: PressTV)


(vovworld) –​ ວັນ​ທີ 05/01, ​ກຳ​ລັງທະ​ຫານ​ປະ​ສົມ​ຕ້ານ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ໃຫ້​ຮ​ູ້​ວ່າ, ໃນ​ປີ 2015, ເນື້ອ​ທີ່ດິນ​ເຊິ່ງ IS ຄວບ​ຄຸມ​ຖືກ​ຫຼຸດ​ລົງ 40% ຢູ່​ອີ​ຣັກ ແລະ 20% ຢູ່​ຊ​ີ​ຣີ, ໃນ​ສະ​ພາບ​ທີ່​ບັນ​ດາ​ກຳ​ລັງ​ສາ​ກົນ​ໄດ້​ຕ​ີ​ໃຫ້​ພວກ IS ​ຖອນ​ອອກ​ຈາກ​ຫຼາຍ​ນະ​ຄອນ. ​ກຳ​ລັງ​ທະ​ຫານ​ປະ​ສົມຢູ່​ອີ​ຮັກ ໄດ້​ຕີ​ໃຫ້​ພວກ IS ອອກ​ຈາກ​ບັນ​ດາ​ນະ​ຄອນ, ໃນ​ນັ້ນ​ມີ Tikrit, Ramad ແລະ ເຂດ​ທາງ​ທິດ​ເໜືອ​ຂ​ອງ​ແບກ​ແດ​ດ. ໃນ​ຂະ​ນະ​ນັ້ນ, ຢູ່​ຊີ​ຣີ, IS ພວມ​ປະ​ເຊີນ​ໜ້າ​ກັບ​ກອງ​ທັບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Bashar al Assad ແລະ ບັນ​ດາ​ກຸ່ມ​ລຸກ​ຮື້​ຂຶ້ນ​ອື່ນໆ. ນອກນັ້ນ, IS ກ​ໍ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຈາກ​ເຮືຶອ​ບິ​ນ​ສູ້​ຮົບ​ຂອງ​ລັດ​ເຊຍ ຕາມ​​ຂໍ້ສະ​ເໜີ​ຂອງ​ອຳ​ນາດ​ການ​ປົກ​ຄອງ Damacus ແລະ ທະ​ຫານ​ປະ​ສົມ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ