ISຢັ້ງຢືນຫົວໜ້າຄົນທີ 2 Abu Mutaz Al Qurashi ຖືກອາເມລິກາດັບສູນ

ISຢັ້ງຢືນຫົວໜ້າຄົນທີ 2 Abu Mutaz Al Qurashi ຖືກອາເມລິກາດັບສູນ - ảnh 1
IS ຢັ້ງຢືນ​ຫົວໜ້າຄົນ​ທີ 2
Abu Mutaz Al Qurashi ຖືກ​ອາ​ເມ​ລິ​ກາດັບ​ສູນ
(ພາບ: AFP)


(vovworld) – ວັນ​ທີ 13/10, ​ໂຄສົກ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດສລາມ IS ອ້າງ​ຊື່​ເອງ Abu Mohamed Al Adnani ຢັ້ງຢືນ​ວ່າ ຫົວໜ້າຄົນ​ທີ 2 Abu Mutaz Al Qurashi ຖືກ​​ເສຍ​ຊີ​ວິດ ​ໃນ​ການ​ບຸກ​​ໂຈມຕີ​ທາງ​ອາກາດ​ໂດຍ​ອາ​ເມ​ລິ​ກາ ດຳ​ເນີນ. ຄຳ​ຢັ້ງຢືນ​ຖືກ​ຍົກ​ອອກ​ມາ ພາຍຫຼັງ 2 ​ເດືອນ​ທີອາ​ເມ​ລິ​ກາ ​ຖະ​ແຫຼງວ່າ​ໄດ້​ດັບ​ສູນ​ເປົ້າ​ໝາຍ​ກໍ​ກາ​ນຮ້າຍ​ນີ້. ກ່ອນ​ໜ້າ​ນັ້ນ, ວັນ​ທີ 22/08, ທຳນຽບຂາວ​ໃຫ້​ຮູ້​​ວ່າ, Abu Mutaz Al Qurashi ຖືກ​ດັບ​ສູນ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອາ​ເມ​ລິ​ກາ​ເມື່ອ​ວັນ​ທີ 18/08, ຢູ່​ໃກ້​ກັບ​ນະຄອນ Mosul, ອີຣັກ.

ຂ່າວ/ບົດ​ອື່ນ