ISວາງລະເບີດສະຫລະຊີບຢູ່ອີຣັກເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ

ISວາງລະເບີດສະຫລະຊີບຢູ່ອີຣັກເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ - ảnh 1
 ທະ​ຫານ​ອີ​ຣັກ ລາດ​ຕະ​ເວນ​ຢູ່​ນະ​ຄອນ Mosul
ພາບ:TTXVN

(vovworld)- ເຈົ້າ​ຫ​ນ້າ​ທີ່​ການ​ທະ​ຫານ ແລະ ສາ​ທາ​ລະ​ນະ​ສຸກ ອີ​ຣັກ ໃຫ້​ຮູ້​ວ່າ: ວັນ​ທີ 10/2 ໄດ້​ເກີດ​ການ​ວາງ​ລະ​ເບີດ​ສະ​ຫລະ​ຊີບ 2 ຄັ້ງ​ຢູ່ ນະ​ຄອນ Mosul ເຮັດ​ໃຫ້ 5 ຄົນ​ເສຍ​ຊີ​ວິດ ແລະ ສີບໆ​ຄົນ​ຖືກ​ບາດ​ເຈັບ. ອົງ​ການ ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ ໄດ້​ອອກ​ສຽງ​ຍອມ​ຮັບ​ແມ່ນ​ຕົວ​ການ​ຂອງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ. ບັນ​ດາ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຮຽກ​ຮ້ອງ​ຂ່າວ​ລາ​ຊະ​ການ​ລັບ​ດີກວ່າ​ເພື່ອ​ສະ​ກັດ​ກັ້ນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ຄ້າຍ​ຄື​ກັນ ສ່ວນ​ຫລາຍ​ແມ່ນ IS ປະ​ຕິ​ບັດ ດ້ວຍ​ຈຸດ​ປະ​ສົງ​ເຮັດ​ໃຫ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ກຳ​ລັງ ອີ​ຣັກ ​ໃນ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​ນະ​ຄອນ Mosul ອ່ອນ​ແອ​ລົງ. 


ຕອບກັບ

ຂ່າວ/ບົດ​ອື່ນ