ISສັງຫານຕົວປະກັນຊາວອັງກິດ


ISສັງຫານຕົວປະກັນຊາວອັງກິດ - ảnh 1
ພາບ:internet

(vovworld)- ຕອນ​ຄ່ຳ​ວັນ​ທີ 3/10, ກຸ່ມ “ລັດ​ອິດ​ສະ​ລາມ” IS ໄດ້​ແຜ່ video ຕອນ​ຫນຶ່ງ​ແມ່ນ​​ຮູບພາບ​ກ່ຽວ​ກັບ​ການ​ສັງ​ຫານຊ​າວ​ອັງ​ກິດ​ຜ​ູ້​ຫນຶ່ງ​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ ທີ່​ມີ​ຊື່​ວ່າ: Alan Henning ຊື່ງ​ແມ່ນ​ຜູ້​ຂັບ​ລົດ​ເຂົ້າ​ຮ່ວມ​ຂະ​ບວ​ນ​ລົດ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ໃຫ້​ແກ່​ຊາວ​ອົບ​ພະ​ຍົບ ຊີ​ຣີ. Video ດັ່ງ​ກ່າວ​ຖືກ​ແຜ່​ອອກ ພຽງ​ສອງ​ສາມມື້​ພາ​ຍ​ຫລັງ​ທີ່ IS ກ່າວ​ເຕືອນ​ວ່າ Alan Henning ຈະ​ແມ່ນ​ຕົວ​ປະ​ກັນ​ຄົນ​ຕໍ່​ໄປ​ຖືກ​ສັງ​ຫານ. ຕໍ່​ຫນ້າ​ເຫດ​ການ​ດັ່ງ​ກ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ເນັ້ນ​ຫນັກ​ວ່າ ເຫດ​ການ​ສັງ​ຫານ Alan Henning ແມ່ນ​​ການ​ກະ​ທຳໂຫດ​ຮ້າຍ​ສາ​ມານຂອງ​ພວກກໍ່​ກາ​ນ​ຮ້າຍ. ພວກ​ຂ້າ​ພະ​ເຈົ້າ​ຈະ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ເພື່ອ​ຈັບ​ຕົວ​ພວກ​ດຳ​ເນີນ​ການ​ສັງ​ຫານ​ດັ່ງ​ກ່າວ ແລະ ນຳ​ມາ​ພິ​ພາກ​ສາ.ໃນ​ວັນ​ດຽວ​ກັນ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B Obama ກ່າວ​ປະ​ນາມ​ເຫດ​ການ​ສັງ​ຫານ​ຕົວ​ປະ​ກັນ Alan Henning ທີ່​ໂຫດ​ຮ້າຍ​ສາ​ມານ. ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ສະ​ແດງ​ຄວາມ​ໂກດ​ເຄືອງ ແລະ ອະ​ນຸ​ຍາດ​ໃຫ້​ຝ​ລັ່ງ ສືບ​ຕໍ່​ຫນູນ​ຊ່ວຍ​ປະ​ຊາ​ຊົນ ແລະ ວົງ​ການ​ເຈົ້າ​ຫ​ນ້າ​ທີ່ ອີ​ຣັກ ໃນ​ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ.
ຂ່າວ/ບົດ​ອື່ນ