ISສັງຫານສາມັນຊົນລີບີເປັນຈຳນວນຫຼວງຫຼາຍ

ISສັງຫານສາມັນຊົນລີບີເປັນຈຳນວນຫຼວງຫຼາຍ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 15/08, ສຳນັກ​ຂ່າວສານ LANA ຂອງ​ລີບ​ີ, ​ໃຫ້​ຮູ້​ວ່າກຸ່ມ​ລັດ​ອິດສລາມ IS ຂະໜານນາມ​ເອງ ​ໄດ້​ສັງຫານ 34 ຄົນ​ໃນ​ການ​ຕໍ່ສູ້​ຍາດ​ສິດ​ຄວບ​ຄຸມນະຄອນ​ເຂດ​ແຄມທະ​ເລ​ Sirte, ທາງ​ທິດ​ຕາ​ເວັນ​ຕົກ​ປະ​ເທດ​ນີ້. ກ່ອນ​ໜ້າ​ນັ້ນ, ວັນ​ທີ 14/08, ທ່ານ​ເອກ​ອັກຄະ​ລັດຖະທູດ​ລີ​ບີ ປະຈຳ​ຝລັ່ງ Chibanni Abuhamoud, ​ໃຫ້​ຮູ້​ວ່າ, ການ​ປະ​ທະ​ກັນ​ຢູ່ Sirte ​ໄດ້​ເຮັດ​​ໃຫ້ 150 – 200 ຄົນ​ເສຍຊີວິດ. ທ່ານ Abuhamoud ຖື​ວ່າ, “ການ​ສັງຫານ​ຢ່າງ​ໂຮດ​ຮ້າຍ​ສາມານ​ພວມ​ເກີດ​ຂຶ້ນ​ຢ່າງ​ແທດ​ຈິງ” ​ແລະ ​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ​ແຊກ​ແຊງ​ເຂົ້າ​.

ຂ່າວ/ບົດ​ອື່ນ