ISສືບຕໍ່ປະຫານຊີວິດປະຊາຊົນນັບສີບໆຄົນຢູ່ພາກຕາເວັນຕົກອີຣັກ

ISສືບຕໍ່ປະຫານຊີວິດປະຊາຊົນນັບສີບໆຄົນຢູ່ພາກຕາເວັນຕົກອີຣັກ - ảnh 1
IS ຍິງ​ປືນ​ໃສ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ກົກ​ເຫຼົ່າ Albu Nimr
(ພາບ: dantri.com.vn)

(vovworld) – ບັນ​ດາ​ບຸກ​ຄົນ​ປະ​ກອບ​ອາ​ວຸດ ຂຶ້ນ​ກັບ​ກຳ​ລັງ​ຫົວ​ຮຸນ​ແຮງ “ລັດ​ອິດ​ສະ​ລາມ” (IS) ຂະ​ໜານ​ນາມ​ເອງ​ໄດ້ປະ​ຫານ​ຊີ​ວິດ​​ສະມາ​ຊິກ​ຂອງ​ກົກ​ເຫຼົ່າ Albu Nimr ຢູ່​ແຂວງ Anbar, ທາງ​ທິດ​ຕາ​ເວັນ​ຕົກ​ອີ​ຣັກ 67 ຄົນ. ນີ້​ແມ່ນ​ເຫດ​ການຄາດ​ຕະ​ກຳຫຼ້າ​ສຸດ​ຂອງ IS ຢູ່​ແຂວງນີ້. ເຫດ​ການ​ປະ​ຫານ​ຊີ​ວິດ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 2/11 ເມື່ອ​ທະ​ຫານ​ກະ​ບົ​ດ IS ຈັບ​ຕົວ​ບັນ​ດາ​ຄອບ​ຄົວ​ຂອງ​ກົກ​ເຫຼົ່າ Albu Nimr ຢູ່​ເຂດ​ຊົນ​ນະ​ບົດ​ພາຍຫຼັງ​ເຂົາ​ເຈົ້າ​ພວມ ເດີນ​ທ​າງ​ອອກ​ຈາກ​ບ້ານ Al Thathar ໃ​ກ້ກັບ​ເທດ​ສະ​ບານ Al Baghdadi, ຫ່າງ​ຈາກ​ນະ​ຄອນຫຼວງ ແບດ​ແດດ 200 ກມ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. IS ປະ​ຫານ​ຊີ​ວິດ​ບັນ​ດາ​ຜູ້ນີ້​ຍ້ອນ​ຖື​ວ່າ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ກຸ່ມ​ທະ​ຫານ​ລາດ Sahwa ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ ອີ​ຣັກ.


ຂ່າວ/ບົດ​ອື່ນ