ISເຂັ່ນຂ້າທະຫານ 18 ຄົນຢູ່ພາກຕາເວັນອອກ ອາບການິດສະຖານ

ISເຂັ່ນຂ້າທະຫານ 18 ຄົນຢູ່ພາກຕາເວັນອອກ ອາບການິດສະຖານ - ảnh 1
ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອາບ​ກາ​ນິ​ດ​ສະ​ຖານ
(ພາບ: AFP/TTXVN)

(vovworld) – ວັນ​ທີ 17/2, ວົງ​ການ​ເຈົ້າ​ໜ້າ​ທີ່ ອາບ​ກາ​ນິ​ດ​ສະ​ຖານ ໃຫ້​ຮູ້​ວ່າ: ອົງ​ການ​ກໍ່​ການ​ຮ້າຍ ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ໄດ້​ບຸກ​ໂຈມ​ຕ​ີ​ປ້ອມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ໜຶ່ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ ຂອງ​ປະ​ເທດນີ້​ເຮັດ​ໃຫ້​​ມີທະ​ຫານເສຍ​ຊີ​ວິດ 18 ຄົນ​. ທ່ານ Ahmad Ali Hazrat, ຫົວ​ໜ້າ​ສະ​ພາ​ແຂວງ Nangarhar ໄດ້​ຊີ້​ແຈ້ງວ່າ: ຕອ​ນ​ຄ່ຳ​ວັນ​ທີ 16/2, ບັນ​ດາ​ມື​ປືນ​ໄດ້​ບຸກ​ໂຈມ​ຕີ​ປ້ອມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເມືອງ Dih Bala. ພາຍຫຼັງ​ການ​ປະ​ທະ​ກັນ​ຢ່າງ​ດ​ຸ​ເດ​ືອ​ດ​ເປັນ​ເວ​ລາ 2 – 3 ຊົ່​ວ​ໂມງ, ທະ​ຫານ 18 ຄົນ​ໄດ້​ເສຍ​ຊີ​ວິດ. ໃນ​ຂະ​ນະ​ນັ້ນ, ນາຍ​ພົນ Doulat Waziri,  ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາບ​ກາ​ນິດ​ສະ​ຖານ ໄດ້​ຢັ້ງ​ຢືນ​ວ່າ: ບັນ​ດາ​​ທະ​ຫານ​ສາ​ມາດ​ດັບ​ສູນ​ມື​ປືນ IS ໄດ້ 21 ຄົນ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ເຈົ້າ​ແຂວງ​ແຂວງ Kunar, ທ່ານ  Waheedullah Kalimzai, ໃຫ້​ຮູ້​ວ່າ: ບັນ​ດາ​ກຳ​ລັງ ຕາ​ລ​ີ​ບານ ໄດ້​ບຸກ​ໂຈມ​ຕີ​ປ້ອມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈຳ​ນວນ​ໜຶ່ງ, ເຮັດ​ໃຫ້​ຕຳຫຼວດ 5 ຄົນ​ເສ​ຍ​ຊີ​ວິດ ແລະ ຕຳຫຼວດ​ບາງ​ຄົນ​ຖືກ​ຫາຍ​ສາບ​ສູນ. ແຂວງ Kunar ນອນ​ໃນ​ທາງ​ພາກ​ຕາ​ເວັນ​ອອກ ອາບ​ກາ​ນິດ​ສະ​ຖານ ແລະ ​ມີ​ຊາຍ​ແດນຕິດ​ກັບ​ ປາ​ກິດ​ສະ​ຖານ, ແມ​່ນ​ບ່ອນ​ມີ​ຫຼາຍ​ກຸ່ມ​ລຸກ​ຮື​ື້ຂຶ້ນ​ເຄື່ອນ​ໄຫວ​ແຮງ​ທີ່​ສຸດ.


ຂ່າວ/ບົດ​ອື່ນ