ISເຂັ່ນຂ້າພົນລະເມືອງອີຣັກອີກຫຼາຍຄົນ

ISເຂັ່ນຂ້າພົນລະເມືອງອີຣັກອີກຫຼາຍຄົນ - ảnh 1
(ພາບ​ປະ​ກອບ​ຈາກRappler)

(vovworld) –  ​ໃນ​​ບັນ​ດາຮູບ​ຖ່າຍ​ທີ່​ເຜີຍ​ແຜ່​ທາງ​ອີນ​ເຕີ​ເນັດ​​ເມື່ອວັນ​ທີ 5/1, ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ​ໄດ້​ເຂັ່ນ​ຂ້າ​​ອີກ 8 ຄົນ, ໃນ​ນັ້ນ​ມີ​ຕຳຫຼວດ 4 ຄົນ, ຢູ່​ແຂວງ Salaheddin ຂອງ ອີ​ຣັກ. ສານ​ຕິດ​ພ້ອມ​ຮູບ​​ຖ່າຍ​ດັ່ງ​ກ່າວ​ຖະ​ແຫຼງວ່າ: ຜູ້​ປະ​ສົບ​ເຄາະ​ຮ້າຍ 8 ຄົນ​ດັ່ງ​ກ່າວບໍ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ເລື່ອງ​ຈະ​ບໍ່​ເຮັດ​ວຽກ​ໃຫ້​ລັດ​ຖະ​ບານ ອີ​ຣັກ. ຕາມ​​ຮູບ​ຖ່າຍເຫຼົ່າ​ນັ້ນ, ຜູ້​ປະ​ສົບ​ເຄາະ​ຮ້າຍ 7 ຄົນ​ນຸ່ງ​ເສື້ອ​ສີ​ສົ້ມ​ຄ້າຍ​ຄື​ກັນ​ກັບ​ເຄື່ອງ​ນຸ່ງ​ຂອງ​ບັນ​ດາ​ນັກ​ຂ່າວ ແລະ ພາ​ລະ​ກອນ​​ຊ່ວຍເຫຼືອ​ທີ່​ເຄີຍ​ຖືກ IS ເຂັ່ນ​ຂ້າ. ແຖວ​ໜັງ​ສື​ໃນ​ຮູບ​ຖ່າຍຢັ້ງ​ຢືນ​ວ່າ: ເຂົາ​ເຈົ້າ​ແມ່ນ​ນາຍ​ຕຳຫຼວດ, ໃນ​ນັ້ນ​ມີ​ຕຳຫຼ​ວດ ຄົນ​ໜຶ່ງ ແລະ 3 ຄົນ​ “ແມ່ນ​ ​ຜູ້​ສະ​ໜອງ​​ຂ່າວ​ລັບ”. ປະ​ຈຸ​ບັນ, ບໍ່​ທັນໄດ້ຮູ້​ຊື່ ແລະ ນາມ​ສະ​ກຸນ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ 8 ຄົນ​ດັ່ງ​ກ່າວເທື່ອ.


ຂ່າວ/ບົດ​ອື່ນ