ISເຂັ່ນຂ້າພາລະກອນປ້ອງກັນຄວາມສະຫງົບຊາຍKurdຫຼາຍຄົນ

ISເຂັ່ນຂ້າພາລະກອນປ້ອງກັນຄວາມສະຫງົບຊາຍKurdຫຼາຍຄົນ - ảnh 1
ກຳ​ລັງ​ຊາວ Kurd ຕໍ່​ສູ້​ຕ້ານ IS ເມື່ອ​ວັນ​ທີ 9/9/2014
(ພາບ: AFP)

(vovworld) – ວັນ​ທີ 10/1, ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ໃຫ້​ຮູ້​ວ່າ: ບັນ​ດາ​ມື​ປືນ​ຂຶ້ນ​ກັບ​ອົງ​ການ “ລັດອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ໄດ້​ບຸກ​ໂຈມ​ຕີ​ໂດຍ​ບັງ​ເອີນ​ເຂົ້າ​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບຊາວ Kurd ຢູ່​ເທດ​ສະ​ບານ​ເມືອງ Gwer, ທາງ​ພາກ​ເໜືອ ອີ​ຣັກ, ເຮັດ​ໃຫ້ 26 ຄົນ​ເສ​ຍ​ຊີ​ວິດ. ​ໃນ​ການ​ປະ​ທະ​ກ​ັນ​ຄັ້ງ​ນີ້ກໍ່​ມີ 45 ມື​ປືນ​ຂອງຝ່າຍ IS ​ຖືກ​ດັບ​ສູນ. ໃນ​ສະ​ພາບ​ການ​ອື່ນ, ຢູ່​ແຂວງ Deir Al Zour, ຢູ່​ພາກ​ຕາ​ເວັ​ນ​ອອກ ຊີ​ຣີ, ຕິດ​ກັບ ອີ​ຣັກ, ກຸ່ມ “ທະ​ຫານ​ລາດ​ຕໍ້​​ຕ້ານ” ໄດ້​ບຸກ​ໂຈມ​ຕີ​ລົດ​ຂົນ​ສົ່ງ​ຂອງ IS ຢູ່​ນະ​ຄອນ Al Mayadeen, ​ດັບ​ສູນ​ມື​ປືນ IS 3 ຄົນ ແລະ ຈັບ​ຕົວ​ມື​ປືນ​ຈຳ​ນວນ​ໜຶ່ງ​ອີກ. ແຂວງ Deir Al Zour ມີ​ຄວາມ​ສຳ​ຄັນ​ດ້ານຍຸດ​ທະ​ສາດ​ສຳ​ລັບ IS ​ພວມຍ້ອນ​ຕິດ​ກັບ ອີ​ຣັກ. ປະ​ຈຸ​ບັນ, ບັນ​ດາ​ມື​ປືນ IS ຄວບ​ຄຸມ​ເນື້ອ​ທີ່​ດິນ​ສ່ວນຫຼາຍ​ຂອງ​ແຂ​ວງນີ້ ແລະ ພວມ​ສຸ​ມ​ໃສ່​ບຸກ​ໂຈມ​ຕີ​ບັນ​ດາ​ໂຮງ​ງານ​ນ້ຳ​ມັນ​ອາຍ​ແກຼດ.

ຂ່າວ/ບົດ​ອື່ນ