JCER ຄາດ​ຄະ​ເນ​ແງ່​ຫວັງ​ເສດ​ຖະ​ກິດ​ຂອງ 5 ປະ​ເທດ​ອາ​ຊຽນ ແລະ ອິນ​ເດຍ

(VOVWORLD) -ຕາມການຄາດຄະເນແລ້ວ, ໃນໄຕມາດທີ II, ເສດຖະກິດອາຊຽນ - 5 ແລະ ອິນເດຍຈະຫຼຸດລົງຫຼາຍພໍສົມຄວນ, ແລະ 6 ພື້ນຖານເສດຖະກິດໄດ້ຄາດຄະເນວ່າຈະມີການເຕີບໂຕທາງລົບໃນປີນີ້.
JCER ຄາດ​ຄະ​ເນ​ແງ່​ຫວັງ​ເສດ​ຖະ​ກິດ​ຂອງ 5 ປະ​ເທດ​ອາ​ຊຽນ ແລະ ອິນ​ເດຍ - ảnh 1ພາບປະກອບ: AFP/TTXVN 

ສູນຄົ້ນຄ້ວາເສດຖະກິດ ຍີ່ປຸ່ນ (JCER) ຫາກໍປະກາດບົດລາຍງານສືບສວນ ກ່ຽວກັບບັນດາພື້ນຖານເສດຖະກິດ, ໃນນັ້ນຄາດຕະເນວ່າ 5 ພື້ນຖານເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້, ລວມມີ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ (ຫຼືເອີ້ນຫຍໍ້ວ່າ ອາຊຽນ -5) ແລະ ອິນເດຍຈະຖືກຊຸດໂຊມຢ່າງຮ້າຍແຮງຍ້ອນຜົນກະທົບຈາກໂລກລະບາດ Covid – 19. ນີ້ແມ່ນໝາກຜົນຂອງການຄົ້ນຄ້ວາໂດຍ JCER ຮ່ວມມືກັບ  Nikker Inc. ດຳເນີນໃນລະຫວ່າວັນທີ 5 – 25 ມິຖຸນາ.

ຕາມການຄາດຄະເນແລ້ວ, ໃນໄຕມາດທີ II, ເສດຖະກິດອາຊຽນ - 5 ແລະ ອິນເດຍຈະຫຼຸດລົງຫຼາຍພໍສົມຄວນ, ແລະ 6 ພື້ນຖານເສດຖະກິດໄດ້ຄາດຄະເນວ່າຈະມີການເຕີບໂຕທາງລົບໃນປີນີ້.

ນອກຈາກການຄາດຄະເນກ່ຽວກັບການເຕີບໂຕເສດຖະກິດຂອງອາຊຽນ - 5 ແລະ ອິນເດຍ, ບັນດານັກຊ່ຽວຊານກໍ່ໄດ້ຍົກອອກບັນດາການຄາດຄະເນກ່ຽວກັບບັນດາການປ່ຽນແປງໃນລະບົບເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ