JICA ຊ່ວຍ​ເຫຼືອອຸປະກອນ​​ການ​ແພດປິ່ນປົວພະຍາດ​ໂຄ​ວິດ - 19 ​ໃຫ້​ແກ່ໂຮງໝໍ ​ເຈິ​​ເຣີ້ຍ, ຫວຽດນາມ

(VOVWORLD) -ໃນໄລຍະຈະມາເຖິງຈະສືບຕໍ່ໃຫ້ຄໍາປຶກສາຢ່າງແໜ້ນແຟ້ນກັບລັດຖະບານ ຍີ່ປຸ່ນ ເພື່ອໜູນຊ່ວຍຫວຽດນາມ ປ້ອງກັນບັນດາພະຍາດຕິດແປດ, ໃນນັ້ນມີພະຍາດໂຄວິດ - 19. 
JICA ຊ່ວຍ​ເຫຼືອອຸປະກອນ​​ການ​ແພດປິ່ນປົວພະຍາດ​ໂຄ​ວິດ - 19 ​ໃຫ້​ແກ່ໂຮງໝໍ ​ເຈິ​​ເຣີ້ຍ, ຫວຽດນາມ - ảnh 1ຜູ້ຕາງໜ້າອົງການ JICA  ມອບອຸປະກອນການແພດໃຫ້ແກ່ ໂຮງໝໍເຈິເຣິ້ຍ (ພາບ:hcmcpv.org.vn)

        ວັນທີ 29 ກໍລະກົດ, ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຫວຽດນາມ ໃຫ້ຮູ້ວ່າ ຫາກໍດໍາເນີນພິທີມອບ - ຮັບ ອຸປະກອນການແພດງວດທໍາອິດ ເຊິ່ງລວມມີ ເຄື່ອງ ECMO ແລະ ຊຸດວິໄຈບົ່ງມະຕິພະຍາດໄວ PCR ໃຫ້ແກ່ໂຮງໝໍເຈິເຣີ້ຍ (ນະຄອນໂຮ່ຈີມິນ). ນີ້ແມ່ນຈໍານວນອຸປະກອນທີ່ນອນໃນໂຄງການຊ່ວຍເຫຼືອອຸປະກອນການແພດຈໍານວນໜຶ່ງ (ດ້ວຍມູນຄ່າປະມານ 60 ລ້ານ ເຢັນ, ເທົ່າກັບ 12 ຕື້ດົ່ງ) ເພື່ອໜູນຊ່ວຍໂຮງໝໍເຈິເຣີ້ຍ ປິ່ນປົວຜູ້ຕິດພະຍາດໂຄວິດ - 19 ໂດຍ ອົງການ JICA ອຸປະຖໍາ ເຊິ່ງໄດ້ປະກາດໃນເດືອນມິຖຸນາ 2020.

        ຜູ້ຕາງໜ້າອົງການ JICA ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງຈະສືບຕໍ່ໃຫ້ຄໍາປຶກສາຢ່າງແໜ້ນແຟ້ນກັບລັດຖະບານ ຍີ່ປຸ່ນ ເພື່ອໜູນຊ່ວຍຫວຽດນາມ ປ້ອງກັນບັນດາພະຍາດຕິດແປດ, ໃນນັ້ນມີພະຍາດໂຄວິດ - 19. 

ຕອບກັບ

ຂ່າວ/ບົດ​ອື່ນ