JICA ໃຫ້ບຸລິມະສິດໜູນຊ່ວຍ ຫວຽດນາມ ໃນ 4 ຂົງເຂດ

(VOVWORLD) - ໃນ 4 ປີມານີ້, ບັນດາບ້ວງເງິນກູ້ຢືມຂອງ ຫວຽດນາມ ຈາກບັນດາອົງການສາກົນ, ໃນນັ້ນມີ JICA, ໄດ້ຫລຸດລົງ 16-20% ເມື່ອທຽບໃສ່ ກ່ອນໜ້ານີ້...
JICA ໃຫ້ບຸລິມະສິດໜູນຊ່ວຍ ຫວຽດນາມ ໃນ 4 ຂົງເຂດ - ảnh 1
ທ່ານ Shimizu Akira, ຫົວໜ້າຜູ້ຕາງໜ້າຫ້ອງການ JICA ຫວຽດນາມ (ພາບ:Thanh Huyền/ VOV)

ທີ່ການຖະແຫຼງຂ່າວ “ສະຫລຸບການເຄື່ອນໄຫວຕົ້ນຕໍຂອງ JICA ຫວຽດນາມ ເຄິ່ງຕົ້ນປີການເງິນ 2022” ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ Shimizu Akira, ຫົວໜ້າຜູ້ຕາງໜ້າຫ້ອງການ JICA ຫວຽດນາມ, ໃຫ້ຮູ້ວ່າ: ໃນ 4 ປີມານີ້, ບັນດາບ້ວງເງິນກູ້ຢືມຂອງ ຫວຽດນາມ ຈາກບັນດາອົງການສາກົນ, ໃນນັ້ນມີ JICA, ໄດ້ຫລຸດລົງ 16-20% ເມື່ອທຽບໃສ່ ກ່ອນໜ້ານີ້, ນັ້ນແມ່ນສັນຍານທີ່ເປັນໜ້າຊື່ນຊົມສະແດງໃຫ້ເຫັນວ່າເສດຖະກິດ ຫວຽດນາມ ສືບຕໍ່ເຕີບໂຕ ແລະ ມີຜົນສະທ້ອນໃນເວທີສາກົນ. ທ່ານກ່າວວ່າ:

“ມາຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ຮັກສາລະດັບການເຕີບໂຕເສດຖະກິດເປັນປົກກະຕິ, ແຕ່ເຖິງຢ່າງໃດກໍ່ຕາມ, ກຳລັງໜູນຊຸກຍູ້ລະດັບການເຕີບໂຕນີ້ແມ່ນອີງໃສ່ເປິດກ້ວາງການສົ່ງອອກ ແລະ ການລົງທຶນໂດຍກົງ. ເພື່ອໃຫ້ສັງຄົມມີສະຖຽນລະພາບ, ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ແລະ ພັດທະນາພື້ນຖານໂຄງລ່າງແມ່ນບັນດາປັດໄຈຂາດບໍ່ໄດ້ຢູ່ແຕ່ລະປະເທດ. ໃນໄລຍະຈະມາເຖິງ, ODA ຍັງສືບຕໍ່ສວມບົດບາດສຳຄັນໃນການພັດທະນາພື້ນຖານໂຄງລ່າງ - ກຳລັງໜູນເຕີບໂຕຂອງ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ