KCNA ສັນລະເສີນ “ການພົບປະຄັ້ງປະຫວັດສາດ” ອາເມລິກາ - ສປປ.ເກົາຫຼີ ຢູ່ເຂດ DMZ

(VOVWORLD) - ວັນທີ 01 ກໍລະກົດ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີ “ການພົບປະຄັ້ງປະຫວັດສາດ” ຢູ່ເຂດປອດການທະຫານ (DMZ) ລະຫວ່າງ 2 ພາກເກົາຫຼີ ແລະ ໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ການເຈລະຈາກ່ຽວກັບບັນຫາປອດນິວເຄຼຍຄືນໃໝ່.
KCNA ສັນລະເສີນ “ການພົບປະຄັ້ງປະຫວັດສາດ” ອາເມລິກາ - ສປປ.ເກົາຫຼີ ຢູ່ເຂດ DMZ - ảnh 1 KCNA ສັນລະເສີນ “ການພົບປະຄັ້ງປະຫວັດສາດ” ອາເມລິກາ - ສປປ.ເກົາຫຼີ ຢູ່ເຂດ DMZ (ພາບ:  Yonhap/TTXVN)

        ຕາມ KCNA ແລ້ວ, ໃນການພົບປະໃນວັນທີ 30 ມິຖຸນາ, ການນຳ 2 ທ່ານໄດ້ “ເຫັນດີເປັນເອກະພາບຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນໃນອະນາຄົດ” ແລະ “ເຊື່ອມຕໍ່ຄືນໃໝ່ກໍ່ຄືຊຸກຍູ້ບັນດາການພົບປະເຈລະຈາຢ່າງມີປະສິດທິຜົນ ເພື່ອສ້າງບາດກ້າວບຸກທະລຸໃໝ່ໃນບັນຫາສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ແລະ ໃນການພົວພັນ 2 ຝ່າຍ”. KCNA ກໍ່ໃຫ້ຂ່າວຕື່ມອີກວ່າ ຜ່ານ 66 ປີນັບແຕ່ເມື່ອຂໍ້ຕົກລົງຢຸດຮົບໄດ້ເຊັນໃນປີ 1953, ເຫດການໜຶ່ງທີ່ເຮັດໃຫ້ຕົກສະເງີ້ ນັ້ນແມ່ນການນຳຂອງ ສປປ.ເກົາຫຼີ ແລະ ອາເມລິກາ ຈັບມືກັນຢູ່ບ້ານຢຸດຮົບ ປານມູນຈອມ.

ຕອບກັບ

ຂ່າວ/ບົດ​ອື່ນ