KCNA: ສປ​ປ.ເກົ​າຫຼີ ຈະ​ຕັດ​ຂາດ​ບັນ​ດາ​ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນ​ກັບ ສ.ເກົາຫຼີ

(VOVWORLD) - ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ລົງຂ່າວວ່າ ສປປ.ເກົາຫຼີຈະຕັດຂາດບັນດາຊ່ອງທາງຕິດຕໍ່ພົວພັນທາງການທະຫານ ແລະ ການເມືອງ ກັບ ສ.ເກົາຫຼີໃນວັນທີ 9 ມິຖຸນາ. 
KCNA: ສປ​ປ.ເກົ​າຫຼີ ຈະ​ຕັດ​ຂາດ​ບັນ​ດາ​ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນ​ກັບ ສ.ເກົາຫຼີ - ảnh 1ຊ່ອງທາງຕິດຕໍ່ພົວລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ (ພາບ:Getty Images/TTXVN)

ການກະທຳຂອງ ສປປ.ເກົາຫຼີໄດ້ດຳເນີນໃນສະພາບການພົວພັນກັບ ສ.ເກົາຫຼີພວມມີຄວາມເຄັ່ງຕຶງ ທີ່ກ່ຽວຂ້ອງເຖິງບັນດານັກເຄື່ອນໄຫວຫວ່ານ ໃບປິວຕ້ານ ພຽງຢາງ ຜ່ານເສັ້ນຊາຍແດນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ. ຕາມ KCNA ແລ້ວ, ພຽງຢາງ “ຈະຕັດຂາດ ແລະ ປິດຊ່ອງທາງຕິດຕໍ່ພົວພັນລະຫວ່າງບັນດາວົງການເຈົ້າໜ້າທີ່ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ໂດຍເຄີຍໄດ້ຮັກສາຜ່ານຫ້ອງການຕິດຕໍ່ພົວພັນລວມລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີຢ່າງສິ້ນເຊິງ” ກໍ່ຄືບັນດາຊ່ອງທາງຕິດຕໍ່ພົວພັນຕ່າງໆເລີ່ມແຕ່ເວລາ 12 ໂມງຂອງວັນທີ 9 ມິຖຸນາ 2020.

ກ່ອນໜ້ານັ້ນໃນວັນທີ 5 ມິຖຸນາ, ກະຊວງທ້ອນໂຮມປະເທດຊາດເປັນເອກະພາບສປປ.ເກົາຫຼີ ໂດຍເປັນອົງການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງ ສ.ເກົາຫຼີ - ສປປ.ເກົາຫຼີ, ປະກາດວ່າ ຈະຍູບເລີກຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີຢູ່ເທດສະບານ ເຂດຊາຍແດນ Kaesong ຢູ່ ສປປ.ເກົາຫຼີ, ຖ້າຫາກວ່າ ເຊີອູນບໍ່ມີການກະທຳສະກັດກັ້ນສະພາບການຫວ່ານໃບປິວທີ່ມີເນື້ອໃນຕ້ານ ພຽງຢາງ ເຂົ້າຜືນແຜ່ນດິນຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ