KCNA ໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງການນຳ Kim Jong un

(VOVWORLD) -ວັນທີ 27 ກຸມພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ ໃຫ້ຮູ້ວ່າ, ການນຳ Kim Jong un ໄດ້ໄປຮອດຫວຽດນາມ ແລະ ໄດ້ຮັບບົດລາຍງານຈາກບັນດານັກເຈລະຈາຂັ້ນນັກວິຊາການ ກ່ອນດຳເນີນກອງປະຊຸມສຸດຍອດກັບທ່ານປະທານາທິບໍດີອາເມລິກາ Donald Trump.
KCNA ໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງການນຳ Kim Jong un - ảnh 1 (ການນຳ Kim Jong un ໄດ້ໄປຮອດຫວຽດນາມ)

ຕາມ KCNA ແລ້ວ, ການນຳ Kim Jong un ກໍ່ດຳເນີນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 01 – 02 ມີນາ, ພາຍຫຼັງການພົບປະກັບທ່ານປະທານາທິບໍດີອາເມລິກາ.

        ກໍ່ຕາມ KCNA, ໃນມື້ທຳອິດຢູ່ຮ່າໂນ້ຍ, ການນຳ Kim Jong un ໄດ້ໄປຢ້ຽມຢາມສະຖານທູດສປປ.ເກົາຫຼີ ແລະ ຮຽກຮ້ອງຄວາມມານະພະຍາຍາມເພື່ອແນໃສ່ “ປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືເລິກເຊິ່ງລະຫວ່າງ 2 ພັກ ແລະ 2 ລັດ”. ນອກນັ້ນ, KCNA ກໍ່ຍົກໃຫ້ເຫັນການຕ້ອນຮັບທີ່ອົບອຸ່ນຂອງປະຊາຊົນຫວຽດນາມ ຢູ່ຕາມຖະໜົນສາຍຕ່າງໆ ເພື່ອຕ້ອນຮັບການຢ້ຽມຢາມຂອງການນຳສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ