Kenyaປິດລ້ອມຊັບສົມບັດຫຼາຍຢ່າງກ່ຽວຂ້ອງເຖິງການກໍ່ການຮ້າຍ

Kenyaປິດລ້ອມຊັບສົມບັດຫຼາຍຢ່າງກ່ຽວຂ້ອງເຖິງການກໍ່ການຮ້າຍ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກາ​ນ​ເງິນ Kenya Kamau Thugge
(ພາບ: capitalfm.co.ke)

(vovworld) – ວັນ​ທ​ີ 8/4, ລັດ​ຖະ​ບານ Kenya ໄດ​້​ປະ​ກາດ​ບັນ​ຊີ​ລາຍ​ຊື່​ຂອງ 86 ບຸກ​ຄົນ ແລະ ອົງ​ການ, ໃນ​ນັ້ນ​ຢ່າງ​ໜ້ອຍ​ສຸດ​ມີ 13 ບໍ​ລິ​ສັດ​ບໍ​ລິ​ການສົ່ງ​ເງິນ, ທີ່​ຖືກ​ສົງ​ໄສ​ກ່ຽວ​ຂ້ອງ​ເຖິງ​ກຸ່ມ​ທະ​ຫານ​ກະ​ບົດ al – Shabaab ຂອງ Somalia ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ເຄືອ​ຂ່າຍກໍ່​ການ​ຮ້າຍ​ສາ​ກົນ Al – Qaeda. ຕາມນັ້ນ​ແລ້ວ, ລັດ​ຖະ​ບ​ານ​ປະ​ເທດນີ້​ຈະ​ປິດ​ລ້ອມ​ຊັບ​ສົມ​ບັດ​ຂອງ​ບັນ​ດາ​ບຸກ​ຄົນ ແລະ ອົງ​ການ​ທີ່​ຖືກ​ກ່າ​ວ​ຫາ​ກ່ຽວ​ຂ້ອງ​ເຖິງ​ພວກກໍ່​ການ​ຮ້າຍ. ກະ​ຊວງ​ການ​ເງິນ Kenya ກໍ່​ໄດ້​ປິດ​ລ້ອມ​​ບັນ​ຊີ ຂອງ​ທະ​ນາ​ຄານ​ຫຼາຍ​ແຫ່ງທີ່​ຖືກ​ສົງ​ໄສ. ໃນ​ຖະ​ແຫຼງ​ການ, ລັດ​ຖະ​ບານ Kenya ຮຽກ​ຮ້ອງ​ທະ​ນາ​ຄານທັງ​ໝົດ ແລະ ການ​ເງິນ​​ຈຸ​ລະ​ພາກຕ້ອງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ທຸ​ລະ​ກຳ​ການ​ເງິນ​ກັບ​ບັນ​ດາ​ ​ສ່ວນບຸກ​ຄົນ ແລະ ອົງ​ການ​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່​າວ, ພ້ອມ​ທັງ​ຝາກ​ບົດ​ລາຍ​ງານ​ທຸ​ລະ​ກຳ​ເຖິງ​ທະ​ນາ​ຄານ​ສູນ​ກາງ​ໃນ​ຮອບ​ເວ​ລາ 48 ຊົ່ວ​ໂມງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກາ​ນ​ເງິນ Kenya Kamau Thugge ໃຫ້​ຮູ້​ວ່າ: ລັດ​ຖະ​ບານ ກໍ່​ໄດ້​ຢຸດ​ຕິ​ບັນ​ດາ​ລະ​ບົບ​ສົ່ງ​ເງິນບໍ່​ເປັນ​ທາງ​ການ​ກັບ Somalia. ການ​ກະ​ທຳ​ດັ່ງ​ກ່າວ​ຈະ​ກໍ່​ຜົນ​ສະ​ທ້ອນ​ອັນ​ໃຫຍ່ຫຼວງ​ເຖິງ​ການ​ເຄື່ອນ​ໄຫວ​ສົ່ງ​ເງິນ​ລະ​ຫວ່າງ 2 ປະ​ເທດ. ປະ​ຈຸ​ບັນ, ມີ​ເງິນ​ເປັນ​ຈຳ​ນວນຫຼ​າຍ​ໄດ້​ສົ່ງ​ໄປ - ມາ​ລະ​ຫວ່າງ Kenya ແລະ Somalia ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ ແລະ ຊ່ວຍ​ເຫຼືອ.


ຂ່າວ/ບົດ​ອື່ນ