KOICA ໜູນຊ່ວຍກະຊວງກໍ່ສ້າງຫວຽດນາມສ້າງນະໂຍບານສັງລວມກ່ຽວກັບເຮືອນຢູ່ສັງຄົມ

(VOVWORLD) -ວັນທີ 08 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງກໍ່ສ້າງຫວຽດນາມ ແລະ ອົງການຮ່ວມມືສາກົນສ.ເກົາຫຼີ (KOICA) ໄດ້ລົງນາມໃນບົດບັນທຶກປຶກສາຫາລືກ່ຽວກັບໂຄງການໜູນຊ່ວຍດ້ານເຕັກນິກໃນການສ້າງນະໂຍບາຍສັງລວມເຮືອນຢູ່ສັງຄົມຢູ່ຫວຽດນາມ ໃນໄລຍະ 2021 – 2030.

KOICA ໜູນຊ່ວຍກະຊວງກໍ່ສ້າງຫວຽດນາມສ້າງນະໂຍບານສັງລວມກ່ຽວກັບເຮືອນຢູ່ສັງຄົມ - ảnh 1

 KOICA ໜູນຊ່ວຍກະຊວງກໍ່ສ້າງຫວຽດນາມສ້າງນະໂຍບານສັງລວມກ່ຽວກັບເຮືອນຢູ່ສັງຄົມ

(ພາບ: bnews.vn)

ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງລັດຖະມົນກະຊວງກໍ່ສ້າງ ຟານທິມິ້ລິງ ໃຫ້ຮູ້ວ່າ, ໂຄງການມີຄວາມໝາຍສຳຄັນສຳລັບວຽກງານຄຸ້ມຄອງລັດໃນຂົງເຂດເຮືອນຢູ່ຂອງກະຊວງກໍ່ສ້າງ, ໂດຍສະເພາະແມ່ນໃນສະພາບປີ 2018 ກະຊວງກໍ່ສ້າງຈະກວດກາຄືນ, ປັບປຸງກົດໝາຍວ່າດ້ວຍເຮືອນຢູ່ ແລະ ສ້າງຍຸດທະສາດພັດທະນາເຮືອນຢູ່ສັງຄົມແຫ່ງຊາດໄລຍະ 2018 – 2020. ກະຊວງກໍ່ສ້າງຫວຽດນາມ ປາດຖະໜາວ່າ, ໃນຂອບເຂດຂອງໂຄງການ, KOICA ຈະແບ່ງປັນບົດຮຽນ ແລະ ໜູນຊ່ວຍກະຊວງກໍ່ສ້າງ, ກົມຄຸ້ມຄອງເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ ຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍເຮືອນຢູ່ ແລະ ກໍ່ສ້າງບັນດານະໂຍບາຍກ່ຽວກັບເຮືອນຢູ່ສັງຄົມ.

        ຜູ້ອຳນວຍການແຫ່ງຊາດ KOICA ທ່ານ Kim Jin Oh ໄດ້ແບ່ງປັນວ່າ, ພິທີລົງນາມນີ້ແມ່ນການເລີ່ມຕົ້ນທີ່ດີງາມລະຫວ່າງ KOICA ແລະ ກະຊວງກໍ່ສ້າງຫວຽດນາມ ໃນປີ 2018; ຫວັງວ່າ 2 ຝ່າຍຈະຮ່ວມມືຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ