KTE DAO

ນຳ​​ໃຊ້ກົນ​ຈັກ​​ເຂົ້າໃນ​ການ​ຜະ​ລິດ​ເຂົ້າ​ຢູ່​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ

(vovworld)-  ດ້ວຍ​ເນື້ອ​ທີ່​ດິນກວ່າ 1,8 ລ້ານ​ເຮັກ​ຕາ ພ້ອມ​ກັບ​​ການ​ຜະ​ລິດ​ເຂົ້າ 2 -3 ລະ​ດູ​ການ/ປີ, ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ​ພາກ​ໃຕ້​ຫວຽດ​ນາມ ແມ່ນ​ອູ່​ເຂົ້າ​ຂອງ​ທົ່ວ​ປະ​ເທດ​ດ້ວຍ​ສະ​ມັດ​ຕະ​ພາບ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ໃນ​​ໄລ​ຍະ 10 ປີຜ່ານ​ມາ, ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ​ມີ​ບາ​ດ​ກ້າວ​ພັດ​ທະ​ນາ​ດີ​ພໍ​ສົມ​ຄວນ​ໃນ​ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະ​ລິດ​ເຂົ້າ, ແຕ່​ຍັງ​ບໍ່​ທັນ​ຕອບ​ສະ​ຫ​ນອງ​ຄວາມ​ຕ້ອງ​ການ​, ການ​ພັດ​ທະ​ນາ​ຢ່າ​ຮອບ​ດ້ານ​ໄດ້. ຕໍ່​ຫ​ນ້າ​ຄວາມ​ຫ​ຍຸ້ງ​ຍາກ​ດັ່ງ​ກ່າວ, ບັນ​ຫາ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະ​ລິດ​ເຂົ້າ​ພວມ​ແມ່ນ​ຈຸດ​ໝາຍ​ຈຳ​ເປັນ​ທີ່​ສຸດ ດ້ວຍ​ການ​ກຳ​ນົດ​ທິດ​ຢ່າງ​ຈະ​ແຈ້ງ​ສຳ​ລັບ​ເຂດ​ປູກ​ເຂົ້າ​ນາ​ທາມ​​ທີ່ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ໃນ​ລາຍ​ການ​ເສດ​ຖະ​ກິດ​ພາກນີ້, ເຊີ​ນ​ທ່າ​ນ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ ບີກ​ຮ່​ວຽນ ທີ່​ພາດ​ຫົວ​ເລື່ອງວ່າ: ນຳ​​ໃຊ້ກົນ​ຈັກ​​ເຂົ້າໃນ​ການ​ຜະ​ລິດ​ເຂົ້າ​ຢູ່​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ

     ໃນ​ໄລ​ຍະ 10 ປີ​ແຫ່ງ​ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ກາ​ນ​ຜະ​ລິດ​ເຂົ້າ​ຢູ່​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ສະ​ມັດ​ຕະ​ພາບ​ຜະ​ລິດ​ເຂົ້າ​ຂອງ​ເຂດນີ້​ຈາກ 4,3 ລ້ານ​ໂຕນ/ເຮັກ​ຕາ​ເມື່ອ​ປີ 2001 ຂຶ້ນ​ເຖິງ 5,7 ລ້ານ​ໂຕນ/ເຮັກ​ຕາ​ໃນ​ປີ 2012, ປະ​ສິດ​ທິ​ພາບກໍ່​ເພີ່ມ​ຂຶ້ນ​ແຕ່ 16 – 24,5 ລ້ານ​ໂຕນ. ກົນ​ຈັກ​ໄດ້​ຮັບ​ການ​ໝູນ​ໃຊ້​ໃນ​ຫລາຍ​ຂອດ ​ໄດ້​ປະ​ກອບ​ສ່ວນຫລຸດ​ຜ່ອນ​ລາຍ​ຈ່າຍ ແລະ ເຮັດ​ໃຫ້ມູນ​ຄ່າ​ຂອງ​ຂະ​ແຫນງ​ຜະ​ລິດເຂົ້າເພີ່ມຂຶ້ນ. ພິ​ເສດ​ ເມື່ອນຳ​ໃຊ້​ກົນ​ຈັກ​ໃນ​ການ​ເກັບ​ກ່ຽວ ​ແມ່ນ​ຫລຸດ​ຜ່ອນ​ 50% ລາຍ​ຈ່າຍ​ເມື່ອ​ທຽບ​ໃສ່​ການ​ເກັບ​ກ່ຽວບໍ່​ໃຊ້​ກົນ​ຈັກ. ພົ້ນ​ເດັ່ນ​ໃນ​ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະ​ລິດ​ເຂົ້າ ຕ້ອງ​ເວົ້າ​ເຖິງ​ແຂວງ ລອງ​ອານ, ຊຶ່ງ​ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ 4 ແຂວງ ມີ​ເນື້ອ​ທີ່​ປູກ​ເຂົ້າ​ຫລາຍກວ່າ​ໝູ່ ດ້ວຍ 260.000 ເຮັກ​ຕາ,  ແຕ່​ລະ​ປີ​ໄດ້ປະ​ກອບ​ສ່ວນ​ໃຫ້​ແກ່​ເຂດນີ້​ກວ່າ 2,6 ລ້ານ​ໂຕນ. ປະ​ຈຸ​ບັນ ແຂວງ ລອງ​ອານ​ແມ່ນ​ແຂວງ​ຫ​ນຶ່ງ​ທີ່​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ຂອດ​ເກັບ​ກ່ຽວ​ຫລາຍກວ່າ​ໝູ່​ຢູ່​ເຂດນີ້ ດ້ວຍ​ອັດ​ຕາ​ສ່ວນ​ບັນ​ລຸ 95% ແລະ ປະ​ຕິ​ບັດ​ຫລາຍ​ນະ​ໂຍ​ບາຍ​ຊຸ​ກ​ຍູ້​ການ​ນຳ​ໃຊ້ກົນ​ຈັກໃນ​ການ​ປູກ​ເຂົ້າ, ປະ​ກອບ​ສ່ວນ​ເພີ່ມ​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ, ຫລຸດ​ຜ່ອນ​ລາຍ​ຈ່າຍ​ການ​ຜະ​ລິດ, ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ດີ​ພໍ​ສົມ​ຄວນ. ທ່ານ ຫງວຽນ​ແທນ​ຕຸ່ງ, ຫົວ​ຫ​ນ້າ​ສູນ​ສົ່ງ​ເສີມ​ກະ​ສິ​ກຳ​ແຂວງ ລອງ​ອານ ໃຫ້​ຮູ້​ວ່າ:

            “ ພວກ​ຂ້າ​ພະ​ເຈົ້າ​ພວມ​ໝູນ​ໃຊ້​ກົນ​ຈັກ​ເຕັກ​ໂນ​ໂລ​ຊີ​ສູງ, ພິ​ເສດ​ແມ່ນ​ອຸ​ປະ​ກອນ​ບຸກ​ເບີກ​ຫ​ນ້າ​ດິນ​ດ້ວຍ laser. ຊາວ​ກະ​ສິ​ກອນ​ຈະ​ຫລຸດ​ຜ່ອນແນວ​ພັນ​ເຂົ້າ, ຝຸ່ນ​ເຄ​ມີ, ຢາປາບ​ສັດ​ຕູ​ພືດ ແລະ ປະ​ຕິ​ບັດ​ບັນ​ດາ​ຂັ້​ນ​ຕອນ​ຜົນ​ລະ​ປູກ​ເປັນ​ຢ່າງ​ດີກວ່າ. ເວ​ລານັ້ນ ທາງ​ແຂວງ​ຈະ​ນຳ​ໃຊ້​ຈັກ​ດຳ​ນາ​ເພື່ອ​ຫລຸດ​ຜ່ອນ​ລາຍ​ຈ່າຍ​ແຮງ​ງານ. ເພື່ອ​ຊຸກ​ຍູ້​ການ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ປູກ​ເຂົ້າ ຕ້ອງ​ຫ​ນູນ​ຊ່ວຍ​​ທຶນ​ຮອນ​ໃຫ້​ແກ່ຊາວ​ກະ​ສິ​ກອນ. ບັນ​ດາ​ສະ​ຖາ​ບັນ, ໂຮງ​ຮຽນ ຄວນ​ສືບ​ຕໍ່​ຄົ້ນ​ຄ້​ວາ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ກົນ​ຈັກ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ເໝາະ​ສົມ​ກັບ​ທົ່ງ​ນາ​ຢູ່​ຫວຽດ​ນາມ, ພິ​ເສດ ແມ່ນ​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ.”                     

     ອ້າຍ ຫວໍ​ວັນ​ເຈີດ, ຊາວ​ກະ​ສິ​ກອນ ຢູ່​ບ້ານ 5 ຕາ​ແສງ ເຕີນ​ແທ່ງ, ເມືອງ​ເຕີນ​ແທ້ງ, ແຂວງ ລອງ​ອານ ຊື່ງ​ແມ່ນ​ຜູ້​ເຂົ້າ​ຮ່ວມ​ການ….ແນວ​ພັນ​ເຂົ້າ​ໃຫ້​ແກ່​ສູນ​ສົ່ງ​ເສີມກ​ະ​ສິ​ກຳ​ແຂວງ ລອງ​ອານ ມາ​ເປັນ​ເວ​ລາ 10 ປີ ດ້ວຍ​ເນື້ອ​ທີ່ 1 ເຮັກ​ຕາ, ສະ​ມັດ​ຕະ​ພາບ​ສະ​ເລ່ຍ 8 ໂຕນ/ເຮັກ​ຕາ. ປີ 2003, ອ້າຍ​ເຈີດ​ພ້ອມ​ດ້ວຍ 7 ຄອບ​ຄົວ​ອື່ນ

ຕອບກັບ

ຂ່າວ/ບົດ​ອື່ນ