Kulturfest 2020 ຈັດຕັ້ງຢູ່ຫວຽດນາມ ດ້ວຍການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ

(VOVWORLD) -ງານບຸນວັດທະນະທຳຫວຽດນາມ - ເຢຍລະມັນ Kulturfest 2020 ຈະດຳເນີນໃນລະຫວ່າງວັນທີ 02 – 04 ຕຸລາ 2020.
Kulturfest 2020 ຈັດຕັ້ງຢູ່ຫວຽດນາມ ດ້ວຍການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ - ảnh 1 (ການຖະແຫລງຂ່າວ)

ເຫດການໂດຍ ວິທຸຍະກະຈາຍສຽງຫວຽດນາມ (VOV) ສົມທົບກັບສະມາຄົມມິດຕະພາບຫວຽດນາມ, ສ.ເຢຍລະມັນ, ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຫວຽດນາມ, ກຸ່ມບໍລິສັດ ເຮືອງແຊນ ຈັດຕັ້ງ.

ທີ່ການຖະແຫລງຂ່າວຖືກດຳເນີນໃນຕອນບ່າຍວັນທີ 28 ກັນຍາ, ຜູ້ຕາງໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ, ຈຸດພົ້ນເດັ່ນຂອງງານບຸນນີ້ໄດ້ຄັດມາຈາກງານບຸນເບຍທີ່ມີຊື່ສຽງ Oktoberfest ຂອງເຢຍລະມັນ. ຜູ້ເຂົ້າຮ່ວມງານບຸນນີ້ຈະໄດ້ຊີມ ເບຍຫລາຍປະເພດ ແລະ ອາຫານການກິນທີ່ເປັນເອກະລັກສະເພາະຂອງເຢຍລະມັນ, ຮັບຊົມການສະແດງວັດທະນະທຳ ແລະ ສິລະປະຂອງເຢຍລະມັນ… ງານບຸນໄດ້ຮັບການຈັດຕັ້ງຈະຮັບປະກັນບັນດາປັດໄຈຄວາມປອດໄພດ້ານສະບຽງອາຫານ ແລະ ພິເສດແມ່ນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ນອກນັ້ນ, ໃນຂອບເຂດກອງປະຊຸມຍັງມີກອງປະຊຸມສຳມະນາຮ່ວມມືທາງດ້ານເສດຖະກິດລະຫວ່າງຫວຽດນາມ - ເຢຍລະມັນ ດ້ວຍການເຂົ້າຮ່ວມຂອງວິສາຫະກິດປະມານ 200 ແຫ່ງ.

        ກ່າວຄຳເຫັນທີ່ການຖະແຫລງຂ່າວ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫງວຽນມິງຫຽນ, ຢືນຢັນວ່າ.

          “ເລື່ອງ VOV ເຂົ້າຮ່ວມໃນເຫດການນີ້ແມ່ນການສະແດງໃຫ້ເຫັນບົດບາດເຊື່ອມຕໍ່ທາງດ້ານວັດທະນະທຳຂອງ VOV ໃນການໂຄສະນາບັນດາຈຸດຄວາມງາມທາງດ້ານວັດທະນະທຳ, ອາຫານການກິນຂອງເຢຍລະມັນ ເຖິງມວນຊົນ ຜ່ານ 4 ຮູບການສື່ມວນຊົນ. ພ້ອມກັນນັ້ນ, VOV ແມ່ນຂົວເຊື່ອມຕໍ່ລະຫວ່າງວິສາຫະກິດ ກັບຜູ້ບໍລິໂພກ, ສ້າງເຄືອຂ່າຍຮ່ວມມືຢ່າງມີປະສິດທິຜົນໃນປະຊາຄົມວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ