Kuwait ສ້າງຕັ້ງຄະນະ ລັດຖະບານໃໝ່

Kuwait ສ້າງຕັ້ງຄະນະ ລັດຖະບານໃໝ່ - ảnh 1
ເຈົ້າ​ຊີວິດ Kuwait Sheikh Sabah Al Ahmad Al Sabah ​
(ພາບ: Reuters)

(vovworld) – ວັນ​ທີ 4/8, ​ເຈົ້າ​ຊີວິດ Kuwait Sheikh Sabah Al Ahmad Al Sabah ​ໄດ້​ບົ່ງ​ຕົວ​ຄະນະ​ລັດຖະບານ​ໃໝ່ ​ໃນ​ນັ້ນ​ມີ​ສະມາຊິກ 7 ທ່ານຂອງ​ລາຊະວົງ Al Sabah  ກຳ​ອຳນາດ​ເຂົ້າ​ຮ່ວມ. ທ່ານ​ນາຍົກລັດຖະມົນຕີ Sheikh Jaber Mubarak Al – Sabah ພ້ອມ​ກັບ​ສະມາຊິກ 6 ທ່ານ​ຂອງ​ລາຊະວົງ Al Sabah ​ໄດ້​ຮັບ​​ບົ່ງຕົວ​ເຂົ້າຄະນະ​ລັດຖະບານ​ໃໝ່, ​ແມ່ນຫຼາຍ​ກ່ວາ​​ໜຶ່ງ​ທ່ານເມື່ອ​ທຽບ​ໃສ່​ຄະນະ​ລັດຖະບານ​​ເກົ່າ. ບັດ​ດາ​ສະມາຊິກ​ຂອງ​ລາຊະວົງ Al Sabah ຮັກສາ​ຕຳ​ແໜ່​ງຢູ່​ບັນດາ​ກະຊວງສຳຄັນຄື: ກະຊວງການ​ເງິນ, ກະຊວງ​ພາຍ​ໃນ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ກະຊວງ​ສາທາລະນະ​ສຸກ.

 

ຂ່າວ/ບົດ​ອື່ນ