kyrgyzstan ສ້ງຕັ້ງລັດຖະບານໃໝ່

kyrgyzstan ສ້ງຕັ້ງລັດຖະບານໃໝ່ - ảnh 1
​ທ່ານ Almazbek Atambaev, ປະທານາທິບໍດີ Kyrgyzstan
(ພາບ: AFP/TTXVN)


(vovworld) - ວັນ​ທີ 3/11, ພັກ​ປະຊາ​ທິປະ​ໄຕ​ສັງຄົມ​ຂອງ​ທ່ານ Almazbek Atambaev, ປະທານາທິບໍດີ Kyrgyzstan,  ​ໄດ້​ສ້າງ​ຕັ້ງ​ພັນທະ​ມິດ​ໃໝ່ ​ເພື່ອ​ບົ່ງ​ຕົວ​ທ່ານ Sooronbai ສືບ​ຕໍ່​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ​ໃນ​ລັດຖະບານ​ໃໝ່. ສະພາ​ແຫ່ງ​ຊາດ Kyrgyzstan  ກໍ່​ຮັບຮອງ​ວ່າ​ພັນທະ​ມິດ​ກຳ​ອຳນາດ​ໃໝ່​ລວມມີ 3 ພັກ ​ແມ່ນ ພັກ​ປະຊາທິປະ​ໄຕ​ສັງຄົມ, ພັກ Kyrgyzstan ​ແລະ ພັກ Bir Bol.  Kyrgyzstan ສ້າງ​ຕັ້ງ​ລັດຖະບານ​ໃໝ່ ພາຍຫຼັງ​ປະທານາທິບໍດີ Kyrgyzstan ​ເຊັນ​ລັດຖະດຳລັດ ກ່ຽວ​ກັບ​ເລື່ອງນາຍົກລັດຖະມົນຕີ ​ລັດຖະບານລາ​ອອກ​ຈາກ​ຕຳ​ແໜ່​ງ, ພາຍຫຼັງ​ພັນທະ​ມິດ​ກຳ​ອຳນາດ​ລົ້ມ​ລະລາຍ ຍ້ອນ​ຂາດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການ​ປັບປຸງ​ລັດຖະທຳ​ມະນູນ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 11 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ