LANGBIANGໄດ້ຮັບຮູ້ເປັນເຂດນິເວດວິທະຍາໂລກຢ່າງເປັນທາງການ

LANGBIANGໄດ້ຮັບຮູ້ເປັນເຂດນິເວດວິທະຍາໂລກຢ່າງເປັນທາງການ - ảnh 1
(LANGBIANG​ ໄດ້​ຮັບ​ຮູ້​ເປັນ​ເຂດ​ນິ​ເວດ​ວິທະຍາ​ໂລກ
​ຢ່າງ​ເປັນ​ທາງ​ການ)


​(vovworld) - ວັນ​ທີ 09/06/2015, ທີ່​ກອງ​ປະຊຸມ​ຄັ້ງ​ທີ 27 ສະພາ​ປະສານ​ງານ​ສາກົນ​ລາຍການ​ມະ​ມຸດ ​ແລະ ​ນິ​ເວດ​ວິທະຍາຂອງ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ UNESCO (ICC MAB), ​ເຂດນິເວດ​ວິທະຍາ​ LANG BIANG​, ຂຶ້ນ​ກັບ​ເຂດ​ທ່ອງ​ທ່ຽວ​ດ່າ​ລາດ, ​ແຂວງ​ເລີມ​ດົ່ງ, ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ​ແມ່ນ​ເຂດນິ​ເວດ​ວິທະຍາ​ໂລກ. ​ເຂດນິ​ເວດ​ວິທະຍາ​ໂລກ LANG BIANG ມີ​ເນື້ອ​ທີ່​ກວ່າ 275.000 ha, ຢູ່​ທາງ​ທິດ​ເໜືອ​ແຂວງ​ເລີມ​ດົ່ງ, ຂຶ້ນ​ກັບ​ເຂດ​ທິດ​​ໃຕ້​ໄຕ​ງວຽນ, ຫວຽດນາມ. ຢູ່​ທີ່​ນີ້, ​ໄດ້​ເກັບ​ຮັກສາ​ບັນດາ​ຄຸນຄ່າ​ທີ່​ດີ​ເດັ່ນ​ກ່ຽວ​ກັບ​ຊີວະ​ນາໆ​ພັນ, ທິວ​ທັດ​ທຳ​ມະ​ຊາດ​ອຸດົມສົມ​ບຸນ ປະານ​ເຂົ້າກັບ​ຈຸດ​ວັດທະນະທຳ​ຄ້ອງ​​ໄຕ​ງວຽນ, ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ​ແມ່ນ​ມໍ​ລິ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​​ເປັນ​ຕົວ​ແທນ​ໃຫ້​ມວນ​ມະນຸດ.

ຂ່າວ/ບົດ​ອື່ນ