Latvia ມອບ​ໂອນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄ​ວິດ 19 ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ສະພາແຫ່ງຊາດ Latvia ຫາກໍ່ປະກາດຈະມອບໂອນວັກຊິນ Astra Zeneca 200.000 ໂດສ ໃຫ້ແກ່ຫວຽດນາມ.
Latvia ມອບ​ໂອນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄ​ວິດ 19 ໃຫ້​ແກ່ ຫວຽດ​ນາມ - ảnh 1

 ວັກຊິນກັນໂຄວິດ 19 ຂອງບໍລິສັດ AstraZeneca (ພາບ: PAP/TTXVN)

  ພາຍຫຼັງທີ່ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ໄດ້ສົ່ງຈົດໝາຍໄປຍັງປະທານສະພາແຫ່ງຊາດບັນດາປະເທດສະມາຊິກ ອີຢູ ເຂົ້າຮ່ວມກອງປະຊຸມບັນດາປະທານລັດຖະສະພາໂລກ ຈັດຂຶ້ນຢູ່ ໂອຕາລິດ ເມື່ອເດືອນກັນຍາປີ 2021  ກ່ຽວກັບເລື່ອງໜູນຊ່ວຍ, ແບ່ງປັນວັກຊິນກັບຫວຽດນາມ ນັ້ນ, ສະພາແຫ່ງຊາດ Latvia ຫາກໍ່ປະກາດຈະມອບໂອນວັກຊິນ Astra Zeneca 200.000 ໂດສ ໃຫ້ແກ່ຫວຽດນາມ. ກະຊວງການຕ່າງປະເທດ, ສາທາລະນະສຸກ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ພວມຜັນຂະຫຍາຍບັນດາລະບຽບການທີ່ຈຳເປັນ ເພື່ອຊື້ ແລະ ຮັບຈຳນວນວັກຊິນດັ່ງກ່າວໃນໄລຍະເວລາໄວທີ່ສຸດ.

   ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ກໍ່ໄດ້ສົ່ງຈົດໝາຍຂອບໃຈ ມາຍັງ ທ່ານປະທານສະພາແຫ່ງຊາດ Latvia Inara Murniece ແລະ ບັນດາທ່ານສະມາຊິກລັດຖະສະພາ Latvia.

ຕອບກັບ

ຂ່າວ/ບົດ​ອື່ນ