Libya ຄັດຄ້ານອາເມລິກາ ບຸກໂຈມຕີຢູ່ນະຄອນຫຼວງ Tripoli

Libya ຄັດຄ້ານອາເມລິກາ ບຸກໂຈມຕີຢູ່ນະຄອນຫຼວງ Tripoli - ảnh 1
​ເຫດວາງ​ລະ​ເບີດ​ເມື່ອ​ປີ 1998
(ພາບ: CNN)


(vovworld) - ວັນ​ທີ 06 ຕຸລາ, ທ່ານ​ນາຍົກລັດຖະມົນ​ຕີ Lybia ​ໄດ້​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ອະທິ​ປາຍ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ຢູ່​ນະຄອນຫຼວງ Tripoli ​​ເພື່ອແນ​ໃສ່​ຈັບ​ຕົວ​ພົນລ​ະເມືອງ Lybia ຜູ້​ໜຶ່ງ​ທີ່​ໄດ້ວາງ​ລະ​ເບີດ​ຢູ່​ບັນດາ​ສະຖານທູດ​ອາ​ເມ​ລິ​ກາ ​ຢູ່​ອາ​ຟລິ​ກາ ກ່ອນ​ນີ້ 15 ປີ. ກ່ອນ​ໜ້າ​ນັ້ນ, ທຳນຽບ 5 ​ແຈ ຖະ​ແຫຼ​ງວ່າ Nazih al Ragye, ຫົວ​ໂປ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ Al Qaeda, ຖືກ​ກຳລັງ​ອາ​ເມ​ລິ​ກາ ຈັບ​ຕົວ​ຢູ່​ນະຄອນຫຼວງ Tripoli ​​ເມື່ອ​ວັນ​ທີ 05 ຕຸລາ. ​ເປົ້າ​ໝາຍ​ດັ່ງກ່າວ​ກ່ຽວຂ້ອງ​ເຖິງ​ບັນດາ​ເຫດວາງ​ລະ​ເບີດ​ເມື່ອ​ປີ 1998 ​ແນ​ໃສ່​ບັນດາ​ສະຖານທູດ​ອາ​ເມ​ລິ​ກາ​ ຢູ່ Kenya ​ແລະ Tanzania, ​ເຮັດ​ໃຫ້​ນັບ​ຮ້ອຍ​ຄົນ​ເສຍ​ຊີວິດ. ການ​ຈັບ​ຕົວ​ໄດ້​ສິ້ນ​ສຸດ​ລົງ​ພາຍຫຼັງ 15 ປີ​ແຫ່ງ​ການ​ຕາມ​ລາ​ເປົ້າ​ໝາຍ​​ເຊິ່ງນອນ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ພວກ​ກໍ່​ການ​ຮ້າຍ​ຖືກ​ຕາມ​ລາຂອງ​ກົມ​ສືບສວນ​ສະຫະລັດ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ