Luxembourgຖືເປັນສຳຄັນການພົວພັນກັບຫວຽດນາມ

Luxembourgຖືເປັນສຳຄັນການພົວພັນກັບຫວຽດນາມ - ảnh 1
ອົງ​ມົງກຸດ​ລາຊະ​ກຸມມານ Henri ​ແຫ່ງ​ລາຊະ​ອານາຈັກ Luxembourg
(ພາບ: Thanh Vũ/TTXVN)

(vovworld) – ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ.ຫວຽດນາມ ປະຈຳ​ລາຊະ​ອານາຈັກ​ແບນ​ຊິກ ​​ເວື​ອງ​ເທື່ອ​ຟອງ, ຫາ​ກໍ່​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ເຖິງ ອົງ​ມົງກຸດ​ລາຊະ​ກຸມມານ Henri ​ແຫ່ງ​ລາຊະ​ອານາຈັກ Luxembourg. ທີ່​ການ​ຕ້ອນຮັບ, ອົງ​ມົງກຸດ​ລາຊະ​ກຸມມານ Henri ຢືນຢັນ​ວ່າ: ຍາມ​ໃດ Luxembourg ກໍ​ຖື​ເປັນ​ສຳຄັນ, ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຫວຽດນາມ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​​ເລື່ອງ​ລືບ​ຊື່ ຫວຽດນາມ ອອກ​ຈາກ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ,​ 2 ປະ​ເທດ​ຈະ​ມີ​ເງື່ອນ​ໄຂ​ຕື່ມ​ອີກ ​ເພື່ອ​ເພີ່ມ​ທະວີ​ເປີດ​ກ້ວາງບັນດາ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ.​ ອົງ​ມົງກຸດ​ລາຊະ​ກຸມມານ Henri ຢັ້ງຢືນ​ວ່າ:​ Luxembourg ສະໜັບ​ສະໜູນ ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ກັບ ສະຫະພາບ​ເອີ​ລົບ (EU),  ກ່ອນ​ອື່ນ​ໝົດ​ຈະ​ຊຸກຍູ້ EU ປະຕິບັດ​ສຳ​ເລັດ​ວິວັດ​ການ​ໃຫ້​ສັດຕະຍາບັນສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ (PCA) ລະຫວ່າງ EU-ຫວຽດນາມ​ ໂດຍ​ໄວ ​ແລະ ປະຕິບັດ​ສຳ​ເລັດ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ກັບ ຫວຽດນາມ (EVFTA) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ