Mali ປະກາດສະພາວະສຸກເສີນ

Mali ປະກາດສະພາວະສຸກເສີນ - ảnh 1
ກຳລັງປ້ອງກັນຄວາມສະຫງົບ Mali ປົກປ້ອງທຳນຽບປະທານາທິບໍດີ
(ພາບ: demotix.com)

(vovworld) - ​​ ​ລັດຖະບານ Mali ​ໄດ້​ປະກາດ​ສະພາວະສຸກ​ເສີນ​ເລີ່​ມ​ແຕ່​ຕອນ​ຄຳ່​ວັນ​ທີ 11/1. ກ່າວ​ຄຳ​ເຫັນ​ໃນ​ຊ່ອງ​​ໂທລະພາບ​ພາຍຫຼັງ​​ກອງ​ປະຊຸມ​ຂອງ​ຄະ​ນະລັດຖະບານ, ທ່ານ​ປະທານາທິບໍດີ Mali Dioncounda Traode ​ໃຫ້​ຮູ້​ວ່າ: ສະພາວະສຸກ​ເສີ​ນ​ໄດ້​ຮັບ​ການ​ປະກາດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ພາຍຫຼັງ​​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ເໜືອ. ບັນດາ​ແຫຼ​ງຂ່າວ​ການ​ທະ​ຫານ ​ແລະ ການ​ເມືອງ​ຂອງ Mali ​ໃຫ້​ຮູ້​ວ່າ: ວັນ​ທີ 11/1, ​​ໂດຍໄດ້​ຮັບ​ການ​ໜູນຊ່ວຍ​​ຂອງ​ກຳລັງ​ຕ່າງປະ​ເທດ, ກອງທັບ Mali ​ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທະຫານ​ແຕກ​ທັບ ອິດສະ​ລາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສະ​ກັດກັ້ນ​ການ​ບຸກ​ໂຈມ​ຕີ​ຂອງ​ກຳລັງ​ປະກອບ​ອາວຸດ​ນີ້. ຕາມ​ແຫຼ່ງຂ່າວດັ່ງກ່າວ, ຈຸດປະສົງ​ຂອງ​ການ​ຕ່າວ​ໂຈມ​ຕີ ​ແມ່ນ​ຍາດ​ສິດ​ຄວບ​ຄຸມ​ເທດສະບານ Konna ກາງ ຄືນ​ໃໝ່ ​ແລະ ຈາກ​ນັ້ນ​ຈະ​ຍາດ​​ເອົາ​ເທດສະບານ​ອື່ນ​​ເຊິ່ງຖືກ​ທະຫານ​ແຕກ​ທັບ ອິດສະ​ລາມ ຢືດຄອງ. ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ທີ 11/1, ຝຣັ່ງ ​ໄດ້​ດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ແນ​ໃສ່ໜູນ​ຊ່ວຍ​ລັດຖະບານ Mali ຮັບ​ມື​ກັບ​ການ​ບຸກ​ໂຈມ​ຕີ​ຂອງ​ທະຫານ​ແຕກ​ທັບ ອິດສະ​ລາມ.

        Mali ​ເຄີຍ​ເປັນ​ໜຶ່ງ​ໃນ​ບັນດາປະ​ເທດທີ່ມີ​ຄວາມ​ສະຖຽນ​ລະ​ພາບ​ຢູ່ ອາບຟຣີ​ກາ​. ​ແຕ່​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະ​ເທດ ອາບຟຣີກາ ຕາ​ເວັນ​ຕົກ​ນີ້​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ວຸ້ນວາຍ​ພາຍຫຼັງ​ເກີ​ດ​ເຫດ​ລັດຖະປະຫານ​ການດ້ານ​ທະຫານ ​ເມື່ອ​ເດືອ​ນ 3/2012.

ຂ່າວ/ບົດ​ອື່ນ