Mekong Connect 2021- ນະຄອນໂຮ່ຈີມິນສະແດງໃຫ້ເຫັນບົດບາດສ້າງກຳລັງໜູນຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດ

(VOVWORLD) -Mekong Connect 2021 ໄດ້ຈັດຂຶ້ນເພື່ອແນໃສ່ມານະພະຍາຍາມຍູ້ແຮງການຮ່ວມສຳພັນລະຫວ່າງນະຄອນກັບ ບັນດາແຂວງ, ນະຄອນທາງທິດຕາເວັນຕົກພາກໃຕ້, ໂດຍສະເພາະແມ່ນການແກ້ໄຂການຂາດລະບົບສະໜອງຜະລິດຕະພັນກະເສດໃນໄລຍະຜ່ານມາ.
Mekong Connect 2021- ນະຄອນໂຮ່ຈີມິນສະແດງໃຫ້ເຫັນບົດບາດສ້າງກຳລັງໜູນຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດ - ảnh 1ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ
(ພາບ: TTXVN)

Mekong Connect 2021 - ເວທີປາໄສຮ່ວມສຳພັນພັດທະນານະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ 2021 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ທັນວາ, ຢູ່ນະຄອນ ໂຮ່ຈີມິນ. Mekong Connect 2021 ໄດ້ຈັດຂຶ້ນເພື່ອແນໃສ່ມານະພະຍາຍາມຍູ້ແຮງການຮ່ວມສຳພັນລະຫວ່າງນະຄອນກັບ ບັນດາແຂວງ, ນະຄອນທາງທິດຕາເວັນຕົກພາກໃຕ້, ໂດຍສະເພາະແມ່ນການແກ້ໄຂການຂາດລະບົບສະໜອງຜະລິດຕະພັນກະເສດໃນໄລຍະຜ່ານມາ. ທີ່ເວທີປາໄສ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ, ຖືວ່າ:

        “ລະບົບແຈກຢາຍໃຫຍ່ລ້ວນແຕ່ຕັ້ງຢູ່ນະຄອນ ໂຮ່ຈີມິນ. ເວທີປາໄສນີ້ຈະເຈາະຈີ້ມທິດທາງໃໝ່ໃຫ້ບັນດາທ້ອງຖິ່ນ. ຜ່ານລາຍການສົ່ງເສີມລວມ, ມີການກະທຳລວມ, ສ້າງການຮ່ວມສຳພັນຂອງວິສາຫະກິດ ພວກເຮົາຈະມີລະບົບນິເວດຕິດພັນກັບອຳນາດການປົກຄອງ, ລະດັບວິສາຫະກິດ ແລະ ລະດັບສະຫະກອນ. ສະນັ້ນ, ຈຶ່ງຈະສ້າງໄດ້ຄວາມຄົບຊຸດໃນການຮ່ວມສຳພັນ ແລະ ສ້າງປະສິດທິຜົນ”.

        ທີ່ເວທີປາໄສ, ການນຳບັນດາກະຊວງ, ຂະແໜງການສູນກາງ, ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ… ພ້ອມກັນຕີລາຄາ, ໄຈ້ແຍກ, ຍົກອອກມາດຕະການແກ້ໄຂເພື່ອເພີ່ມທະວີ, ສ້າງປະຖົມປັດໃຈເພື່ອຍູ້ແຮງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃຫ້ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ