Mekong Connect CEO Forum ຈະຖືກໄຂຂຶ້ນ ໃນວັນທີ 04/09/2015

Mekong Connect CEO Forum ຈະຖືກໄຂຂຶ້ນ ໃນວັນທີ 04/09/2015 - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 18/08, ຢູ່​ນະຄອນ​ເກີນ​ເທີ, ສະມາຄົມ​ວິ​ສາ​ຫະກິ​ດສິນຄ້າ​ຫວຽດນາມ ມີ​ຄຸນ​ນະພາ​ບສູງ ​ແລະ ນະຄອນ​ເກີ​ນ​ເທີ​ ພ້ອມ​ກັບ​ບັນດາ​ແຂວງ ອາ​ຢາງ, ດົ່ງ​ທ໋າບ, ​​ເບີ​ນ​ແຈ ​ຈັດ​ການ​ປະຊຸມ​ຂ່າວ ກ່ຽວ​ກັບ​​ເວທີ​ປາ​ໄສ​ດຳ​ເ​ນີນທຸ​ລະ​ກິດ - ​ເຊື່ອມ​ຕໍ່​ເຂດ​ທົ່ງພຽງ​​ແມ່​ນ້ຳຂອງ (Mekong Connect CEO Forum) ​ໃນ​ວັນ​ທີ 04/09 ຈະ​ມາ​ເຖິງ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​​ທີ່ເວທີ​ປາ​ໄສ​ຖືກຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກທຸລະກິດ 500 ຄົນຂອງ​ເຂດ​ທົ່ວ​ພຽງ​ແມ່​ນ້ຳຂອງ ແລະ ນັກ​ທຸ​ລະ​ກິດ 100 ຄົນ​ຂອງ​ນະຄອນ​ໂຮ່ຈິ​ມິນ. ດ້ວຍ​ຫົວ​ຂໍ້​ວ່າ “​ເຊື່ອມ​ຕໍ່ - ​ເຊື່ອ​ມໂຍງ - ພັດທະນາ”, ​ນັກທຸລະກິດ​ຈະ​ແບ່ງປັນບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ເຊື່ອມ​ໂຍງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຈຸດ​ເວລາ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໃກ້ຈະ​ມີ​ຜົນ​ສັກ​ສິດ, ບັນດາ​ສັນຍາ​ການຄ້າສາກົນຫຼາຍ​ສະບັບ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ແລະ ປະຕິ​ບັດ. ເວທີ​ປາ​ໄສ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ບັນດາ​ວິ​ສາ​ຫະກິດ​ຢູ່​ພາກ​ພື້ນ​ນີ້ ​ແມ່ນ​​ໄດ້​ຮັບ​ຂໍ້​ມູນ​ຂ່າວກ່ຽວ​ກັບ​ກາລະ​ໂອາກາດຂອງ​ການ​ເຊື່ອມ​ໂຍງ ​ແລະ ຫຼີກລ້ຽງຮົ້ວ​ກີດ​ຂວາງ​ຂອງ​ການ​ເຊື່ອມ​ໂຍງ ​ ເວທີ​ປາ​ໄສ​ຍັງ​ແມ່ນ​ບ່ອນ​​ເພື່ອ​ໃຫ້​ວິ​ສາ​ຫະກິດ​ປຶກສາ​ຢ່າງ​ລົງ​ເລິກ ກ່ຽວ​ກັບ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ການ​ເຊ​ື່ອມ​ໂຍງ, ສົ້ນ​ອອກ​ໃຫ້​ຜະລິ​ດຕະພັນ​ກະ​ເສດ​ຂອງ​ເຂດ​ທົ່ວ​ພຽງ​ແມ່​ນ້ຳຂອງ ​ແລະ ​ເລື່ອງ​ວິ​ສາ​ຫະກິດ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ລະບົບສະໜອງ​​ໃນທົ່ວ​​ໂລກ.

ຂ່າວ/ບົດ​ອື່ນ