Montenegro: ແມ່ນປະເທດຂຶ້ນກັບ ເອີລົບ ທຳອິດປະກາດສິ້ນສຸດໂລກລະບາດໂຄວິດ-19

(VOVWORLD) -ໃນວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີ Montenegro, Dusko Markovic, ປະກາດປະເທດນີ້ໄດ້ຄວບຄຸມສຳເລັດຜົນໂລກລະບາດໂຄວິດ-19 ເປັນມື້ທີ 20 ບໍ່ພົບຜູ້ຕິດເຊື້ອໃໝ່ ແລະ ພາຍຫຼັງ 69 ມື້ກວດພົບມີຜູ້ຕິດເຊື້ອທຳອິດ. ໄລ່ຮອດວັນທີ 25 ພຶດສະພາ, Montenegro ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ ແມ່ນ 324 ຄົນ ແລະ 9 ຄົນເສຍຊີວິດ.
Montenegro: ແມ່ນປະເທດຂຶ້ນກັບ ເອີລົບ ທຳອິດປະກາດສິ້ນສຸດໂລກລະບາດໂຄວິດ-19 - ảnh 1ທ່ານນາຍົກລັດຖະມົນຕີ Montenegro, Dusko Markovic (ພາບ: Vijesti)

ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຫຼັງກອງປະຊຸມກັບຫົວໜ່ວຍສະເພາະກິດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ, ທ່ານນາຍົກລັດຖະມົນຕີ Montenegro, Dusko Markovic ຢັ້ງຢືນວ່າ Montenegro ໄດ້ເອົາໄຊຊະນະໂລກລະບາດ ແລະ ກາຍເປັນປະເທດທຳອິດ ຢູ່ ເອີລົບ ສິ້ນສຸດໂລກລະບາດໂຄວິດ-19. Montenegro ຈະອະນຸຍາດໃຫ້ນັກທ່ອງທ່ຽວຈາກບັນດາປະເທດເຂົ້າເມືອງດ້ວຍເງື່ອນໄຂອັດຕາສ່ວນຜູ້ຕິດເຊື້ອພະຍາດຢູ່ປະເທດນັ້ນຕ້ອງບໍ່ຜ່ານ 25 ກໍລະນີ ໃນ 100.000ຄົນ, ໃນນັ້ນມີບັນດາປະເທດຄື ກຣົວຊີ, ອານບານີ, ສະໂລເວນີ, ເຢັຍລະມັນ ແລະ ກາເຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ